ກຳ​ປັ່ນ​ຫຼົ້ມ​ຢູ່​ສິງ​ກະ​ໂປ​ເຮັດ​ໃຫ້​ເສຍ​ຊີ​ວິດ 2 ຄົນ
2017-09-14 10:44:29  cri 

ກົມ​ຄຸ້ມ​ຄອງ​ກິດ​ຈະ​ການ​ທາງ​ທະ​ເລ​ແລະ​ທ່າ​ກຳ​ປັ່ນ​ສິງ​ກະ​ໂປ​ເປີດ​ເຜີຍ​ໃນ​ຄື​ນ​ວັນ​ທີ 13 ກັນ​ຍາ​ນີ້​ວ່າ: ເຮືອ​ດູດ​ຊາຍ​ທີ່​ຫຼົ້ມ​ຢູ່​ເຂດ​ທະ​ເລ​ສິງ​ກະ​ໂປ​​ໃນຕອນ​ຮຸ່ງ​ເຊົ້າ​ວັນ​ດັ່ງ​ກ່າວນັ້ນ​ມີ​ຜູ້​ຫາຍ​ສາບ​ສູນ 5 ຄົນ, ໃນ​ນີ້ ສາ​ມາດ​​ພົບ​ສົບ​ສອງ​ຄົນ​ແລ້ວ. ຫຼັງ​​ສັນ​ນະ​ສູດ​ແລ້ວ​ພົບ​ວ່າ ຜູ້​ໜຶ່ງ​ເປັນ​ລູກ​ເຮືອ​ສັນ​ຊາດ​ຈີນ​ແລະອີກ​ຜູ້​ໜຶ່ງ​ເປັນສັນ​ຊາດ​ມາ​ເລ​ເຊຍ.

ສະ​ຖານ​ທູດ​ຈີນ​ປະ​ຈຳ​ສິງ​ກະ​ໂປ​ໄດ້​ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນ​ວ່າ, ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 13 ກັນ​ຍາ​ນີ້, ​ເຮືອ​ດູດຊາຍ​ທີ່​ລົງ​ທະ​ບຽນ​ຢູ່​ສະ​ຫ​ະ​ພັນ​ໂດ​ມີ​ນີ​ກາ​​ໂດຍ​ມີ​ລູກ​ເຮືອ​ສັນ​ຊາດ​ຈີນ 11 ຄົນ​ແລະ​ລູກ​ເຮືອ​ສັນ​ຊາດ​ມາ​ເລ​ເຊຍ 1 ຄົນລຳ​ໜຶ່ງ​ໄດ້ຫຼົ້ມຫຼັງ​​ຕຳກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ທີ່​ລົງ​ທະ​ບຽນ​ຢູ່​ອິນ​ໂດ​ເນ​ເຊຍ​ລຳ​ໜຶ່ງ​ຢູ່​ເຂດ​ທະ​ເລ​ສິງ​ກະ​ໂປ. ປັດ​ຈຸ​ບັນ,ສາ​ມາດ​ຢືນ​ຢັນ​ໄດ້​ວ່າ ລູກ​ເຮືອ​ສັນ​ຊາດ​ຈີນ 1 ຄົນ​ແລະ​ລູກ​ເຮືອ​ສັນ​ຊາດ​ມາເລ​ເຊຍ 1 ຄົນ​ໄດ້​ເສຍ​ຊີ​ວິດ, ​ຂະ​ນະ​ທີ່ລູກ​ເຮືອ​ສັນ​ຊາດ​ຈີນ 3 ຄົນ ຫາຍ​ສາບ​ສູນ ແລະ 7 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ປັດ​ຈຸ​ບັນ, ລູກ​ເຮືອສັນ​ຊາດ​ຈີນ 7 ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ນັ້ນ​ໄດ້ສົ່ງ​ໄປ​​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ສູນ​ກາງ​ສິງ​ກະ​ໂປ, ໃນ​ນີ້ ມີ​ໜຶ່ງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ເອິກ​ແລະ​ຫົວ, ແຕ່​ໂດຍ​ລວມ​ແລ້ວ​ມີ​ອາ​ການ​ຄົງ​ຕົວ, ອີກ 6 ຄົນ​ໄດ້​ອອກ​ໂຮງ​ໝໍ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ