ຈີນ-ອາ​ຊຽນ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ
2017-09-14 10:53:57  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ນຳ​ການ​ຮ່ວມ​ມື​ກັບ​ການ​ພັດ​ທະ​ນາ​ການ​ທະ​ນາ​ຄານ​ຈີນ-ອາ​ຊຽນ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກັນ​ຍາ​ນີ້​ຢູ່​ເມືອງ​ນານ​ນິງ ເຂດ​ປົກ​ຄອ​ງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໂດຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ທະ​ນາ​ຄານ​ກາງ, ຜູ້​ຊີ້​ນຳ​ສະ​ຖາ​ບັນ​ການ​ເງິນ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ປຶກ​ສາ​ຫາ​ລື​​ໃນ​ຫົວ​ຂໍ້ "ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ,ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຢິ່ນ​ຢົງ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ເຫັນ​ວ່າ ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໄດ້​ເປີດ​ໂອ​ກາດ​ແລະ​ອະ​ນາ​ຄົດຢ່າງກວ້າງ​ຂວາງ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ​ລະ​ຫວ່າງ​ຈີນ-ອາ​ຊຽນ, ຂະ​ນະ​ທີ່​ການ​ຮ່ວມ​ມື​ດ້ານ​ອື່ນໆ​ເປັນ​ຕົ້ນ ການ​ເຊື່ອມ​ຈອດ​ຂ້າມ​ຊາດ, ຄວາມ​ສາ​ມາດ​ການ​ຜະ​ລິດ​ສາ​ກົນ​ແລະ​ການ​ຜະ​ລິດ​ອຸ​ປະ​ກອນ​ກໍ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ຄວາມ​ຕ້ອງ​ການ​ໃໝ່, ແຕ່​ກໍ​ຕ້ອງ​ການ​ທຶນ​ຢ່າງຫຼວງຫຼາຍ. ຈາກ​ນີ້​ຈິ່ງ​ຕ້ອງ​ການ​ຫາ​ລື​ຕື່ມ​ອີກ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ແລະ​ການ​ລະ​ດົມ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ. ປັດ​ຈຸ​ບັນ, ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ທະ​ນາ​ຄານ 30 ກວ່າ​ແຫ່ງ​ຢູ່​ຈີນ, ຂະ​ນະ​ທີ່​ທະ​ນາ​ຄານ​ຈີນກໍ​ໄດ້​ຮ່ວມ​ກັບ​ທະ​ນາ​ຄານ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ສ້າງ​ຕັ້ງ​ທະ​ນາ​ຄານ​ຕົວ​ແທນ,ທະ​ນາ​ຄານ​ບັນ​ຊີ​ຕ່າງ​ປະ​ເທ​ດຫຼາຍກວ່າ 150 ແຫ່ງ​ແລ້ວ.

ຜູ້​ຊ່ວຍ​ຜູ້​ວ່າ​ການ​ທະ​ນາ​ຄານ ​ສ​ປ​ປ​ ລາວ​ຢືນ​ຢັນ​ວ່າ ເຖິງວ່າ​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ​ຊ້າ​ລົງ​ກໍ​ຕາມ, ແຕ່​ການ​ຄ້າ​ລະ​ຫວ່າງ​ລາວ-ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ. ແນວ​ໃດ​ກໍ​ດີ, ລາວ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຂອງ​ຈີນ ແລະ​ຫວັງ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ດ້ານ​ການ​ທະ​ນາ​ຄານ​ລະ​ຫວ່າງ​ສອງ​ຝ່າຍຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ