ສຳ​ເລັດການ​ກໍ່​ສ້າງ​ຂົວ​ແມ່​ນ້ຳ​​ເປີຍ​ລົນ 2 ຈີນ-ຫວຽດ​ນາມ
2017-09-14 11:29:06  cri 
ພິ​ທີ​​ເປີ​ດ​ນຳ​ໃຊ້​ຂົວ​ແມ່​ນ້ຳ​ເປີຍ​ລົນ 2 ຈີນ-ຫວຽດ​ນາມ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກັນ​ຍາ​ນີ້​ຢູ່​ເມືອງມອງ​ກາຍ​ແຂວງກວາງ​ນິງ​ປະ​ເທດ​ຫວຽດ​ນາມ​ໂດຍ​ທ່ານ​ເຈືອງ​ຮ​ວາ​ບິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຜູ້​ປະ​ຈຳ​ການ, ທ່ານ​ຫົງ​ສ້ຽວ​ຢົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ເຂົ້າ​ຮ່ວມ.

ຂົວ​ແມ່​ນ້ຳ​ເປີຍ​ລົນ 2 ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ເມືອງມອງ​ກາຍ​ແຂວງກວາງ​ນິງ​ຫວຽດ​ນາມ​ກັບ​ເມືອງ​ຕຸ່ງ​ຊິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ໂດຍຍາວ 618 ແມັດ, ​ໃນ​ນີ້​ຢູ່​ເບື້ອງຫວຽດ​ນ​າມ​ຍາວ 154,5 ແມັດ​ແລະ​ຢູ່​ເບື້ອງ​ຈີນ​ 463,5 ແມັດ, ກວ້າງ 27,7 ແມັດ​ແລະ​ມີ​ມູນ​ຄ່າ​ການລົງ​ທຶນ​ທັງ​ໝົດ 14 ລ້ານ 9 ແສນ​ໂດ​ລາ​ສະ​ຫະ​ລັດ.

ທ່ານ​ຫງວຽນ​​ດຶກ​ລອງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ນິງ​ຢືນ​ຢັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ​ຂົວ​ນີ້​ຈະ​ເປັນ​ຜົນ​ດີ​ຕໍ່​ການ​ຊ່ວຍ​ຫຼຸດ​ຜ່ອນຄວາມ​ແອ​ອັດ​​ໃນ​ການ​ສັນ​ຈອນ​ຢູ່ຂົວ​ແມ່​ນ້ຳ​ເປີຍ​ລົນ 1, ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ແຂວງກວາງ​ນິງ​ກັບ​ເຂດກວາງ​ຊີ​ຈີນ ທັງ​ຊຸກ​ຍູ້​ສາຍ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ-ຈີນ​ໃຫ້​​ພັດ​ທະ​ນາກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ