ຮອງ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ຈີນ​ຊ່ວຍ​ຄົນ​ສະຫຼົບຢູ່​ລົດ​ໄຟ​ຄວາມ​ໄວ​ສູງ​ດ້ວຍ​ການ​ປັກ​ເຂັມ
2017-09-14 17:02:23  cri 

ເວ​ລາ 19 ໂມງ​ຂອງວັນ​ທີ 11 ກັນ​ຍາ​ນີ້, ຢູ່​ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ​ຖ້ຽວ D18ຈາກ​ເມືອງ​ເສິນ​ຢາງ​ຫາ​ນະ​ຄອນຫຼວງ​ປັກ​ກິ່ງໄດ້​ມີຜູ້​ໂດຍ​ສານ​ຄົນ​ໜຶ່ງ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລົ້ມ​ແລະສະຫຼົບ​​ຄາ​ທີ່. ຈາກ​ນັ້ນ, ​ຜູ້​ໂດຍ​ສານ​ທີ່​ເປັນພະ​ນັກ​ງານ​ແພດຫຼາຍ​ຄົນ​​ໄດ້ມາ​ຫາ​ຄົນ​ເຈັບ​​ເພື່ອ​ຊ່ວຍ​ຊີ​ວິດ​ດ້ວຍ​ການ​ປັກ​ເຂັມ.​ຄວາມ​ຈິງ​ແລ້ວ,ຄະ​ນະ​ແພດ​ດັ່ງ​ກ່າວ​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​​ການແພດ​ຈີນ​ລຽງ​ນິງແລະ​ຜູ້​ທີ່​ປັກ​ເຂັມ​ຊ່ວຍ​ຊີ​ວິດ​ຄົນ​ເຈັບ​ນັ້ນ​ຄືທ່ານ​ສື​ຢຽນ ຮອງ​ອະ​ທິ​ການ​ບໍ​ດີ​ ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ. ຫຼັງ​ໃຊ້​ເວ​ລາ 5 ນາ​ທີ, ຄົນ​ເຈັບ​ໄດ້​ຟື້ນ​ ແລະ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ນັກ​ສຶກ​ສາ​ແລະ​ຄູ​ອາ​ຈານ​ທີ່​ຊ່ວຍ​ເຫຼືອ​ຕົນ​ດ້ວຍ​ຄວາມນອບ​ນ້ອມ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ