ລະ​ບົບ​ບຼອກ​ສັ້ນຢຸດ​ໃຊ້​ສະ​ຕິກ​ເກີ​ຮູບ​ສູບ​ຢາ
2017-09-14 17:09:37  cri 


ຫຼັງ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ​ແລ້ວ, ​ລະ​ບົບ​ບຼອກ​ສັ້ນ ຫຼື MicroBlog ສື່​ສັງ​ຄົມ​ອ໋ອນ​ລາຍ​ຂອງ​ຈີນ​ໄດ້​​ລຶບສະ​ຕິກ​ເກີຮູບ​ສູບ​ຢາ​ທີ່​ມີ​ຄວາມ​ໝາຍ​ວ່າ cool ນັ້ນ​ອອກ​ຈາກ​ບັນ​ດາ​ສະ​ຕິກ​ເກີ​ທີ່​ບໍ​ລິ​ສັດ​ຕົນ​ເປີດ​ໃຫ້​ໃຊ້​ໂດຍ​ບໍ່​ເກັບ​ຄ່າ​ໃນ​ຄອມ​ສ່ວນ​ບຸກ​ຄົນຫຼືPCແລະappມື​ຖື​ສະ​ບັບ​ສາ​ກົນ. ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ສະ​ມາ​ຄົມ​ຄວບ​ຄຸມ​ປາ​ສູບ​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ວັນ​ທີ 13 ກັນ​ຍາ​ໂດຍ​ຫວັງ​appມື​ຖື​ທີ່​ໃຊ້​ພາຍ​ໃນ​ປະ​ເທດ​ ​ຈະ​ຢຸດ​ໃຊ້​ສະ​ຕິກ​ເກີ​ດັ່ງ​ກ່າວ​ໂດຍ​ໄວ​ເຊັ່ນ​ກັນ ທັງ​ໄດ້​ສົ່ງ​​ໜັງ​ສືໄປ​ຫາ​ບໍ​ລິ​ສັດTencentເພື່ອ​ສະ​ເໜີ​ໃຫ້​ໃຊ້​ມາດ​ຕະ​ການ​ເຊັ່ນ​ກັນ​ໃນWechat ແລະ QQ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ