ກວາງ​ຊີ​ກຽມ​ແຂ່ງ​ຂັນ​ແລ່ນ​ມາ​ລາ​ທອນສາ​ກົນໃນ​ເດືອນ​ພະ​ຈິກ​ປີ​ນີ້
2017-09-14 17:56:14  cri 
​ພິ​ທີຖະ​ແຫຼງ​ຂ່າວການ​ແຂ່ງ​ຂັນ​ແລ່ນມາ​ລາ​ທອນ​ສາ​ກົນປີ 2017 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນາ​ນ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຂອງຈີນ​ໃນ​ວັນ​ທີ 14 ກັນ​ຍາ​ນີ້ ​ໂດຍ​ຢືນ​ຢັນ​ວ່າ: ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​​ຢູ່​ເມືອງ​ຟາງ​ເສີງ​ກາງ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງ​ກາງ​ຊີໃນ​ວັນ​ທີ 19 ພະ​ຈິກ​ປີ​ນີ້ ແລະ​ນັບ​ວ່າ​ເປັນ​ກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ກິ​ລາ​ທີ່​ສຳ​ຄັນ​ແລະ​ຍິ່ງ​ໃຫຍ່​ອີກ​ໜຶ່ງ​ໂຄງ​ການລະ​ຫວ່າງ​ເຂດກວາງ​ຊີ​ກັບ​ອາ​ຊຽນ ຫຼັງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​ແກ່​ລົດ​ຈີນ-ອາ​ຊຽນ​ມາ​ແລ້ວ. ທັງ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ​ຮ່ວມ​ລະ​ຫວ່າງ​ສະ​ມາ​ຄົມ​ການ​ແລ່ນ​ແລະ​ລານ​ຈີນ,ສຳ​ນັກ​ເລ​ຂາ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ,ກົມ​ກິ​ລາ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ,ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ເມືອງ​ຟາງ​ເສີງ​ກາງ.

ຂ່າວ​ແຈ້ງວ່າ: ຈະ​ມີ​ປະ​ຊາ​ຊົນ​ປະ​ມານ 12.000 ຄົນ​ແຈ້ງ​ເຈດ​ຈຳ​ນົງ​ເຂົ້າ​ຮ່ວມ ໂດຍການ​ແຂ່ງ​ຂັນ​ດັ່ງ​ກ່າວ​ແບ່ງ​ເປັນ​ຈຸ​ຍິງ​ແລະ​ຊາຍ, ປະ​ກອບ​ມີ​ການ​ແລ່ນ​ມາ​ລາ​ທອນ,ການ​ແລ່ນ​ມາ​ລາ​ທອນ 1 ສ່ວນ 4,ແລະ​ມິ​ນິ​ມາ​ລາ​ທອນ. ປັດ​ຈຸ​ບັນ,ໄດ້​ສຳ​ເລັດ​ການ​ກຳ​ນົດ​ເສັ້ນ​ທາງ​ການ​ແລ່ນ​ແລ້ວ. ຂະ​ນະ​ດຽວ​ກັນ​ກໍ​ພວມ​ເລັ່ງ​ວຽກ​ພະ​ຍາ​ຍາມ,ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ,ການ​ບໍ​ລິ​ການ​ຂອງ​ອາ​ສາ​ສະ​ໝັກ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ