ລຸງໂກ່ຊາງຫາຍອາຍຸ 60 ປີ, ແມ່ນຊາວປະມົງເມືອງຣື້ຈ້າວແຂວງຊ່ານຕົ່ງ. ເຖິງວ່າ ເຮືອເປັນດັ່ງຊີວິດຂອງຕົນ ໂຕກໍ່ຈຳເປັນຂາຍອອກເມືອປີ 2005 ແລະຢຸດອາຊີບການຫາປາຂອງເພິ່ນລົງ. ແຕ່ດ້ວຍໃຈມັກທະເລທີ່ສຸດ, ຈຶ່ງເກີດແນວຄິດວ່າ ຢາກເຮັດກຳປັ່ນທະຫານຈຳລອງຂຶ້ນ.
ກຳປັ່ນທຸກລຳທີ່ເພິ່ນເຮັດນັ້ນປະກອບດ້ວຍເຄື່ອງອາໄຫຼ່ຮ້ອຍກວ່າອັນ ແລະຕ່າງກໍ່ຕິດຕັ້ງອຸປະກອນເອເລັກໂຕຣນິກ, ຈຶ່ງສາມາດຄວບຄຸມດ້ວຍຮີໂມດໄດ້, ສາມາດແລ່ນທັງທາງບົກແລະທາງນ້ຳ ທັງສາມາດຈຳລອງການຍິງປືນໄດ້ຕື່ມອີກ. ຫຼັງຈາກສື່ມວນຊົນທ້ອງຖິ່ນໄດ້ເຜີຍແຜ່ເລື່ອງຂອງລຸງໂກຊາງຫາຍແລ້ວ, ສື່ສັງຄົມອອນລາຍທັງພາຍໃນແລະຕ່າງປະເທດຫຼາຍສິບແຫ່ງຕ່າງກໍເຜີຍແຜ່ຕໍ່ ເຮັດໃຫ້ລຸງເກີດມີຊື່ສຽງດັງຂຶ້ນເຊິ່ງນອກຈາກມີຫຼາຍຄົນຍັງໄປເບິ່ງກຳປັ່ນຈຳລອງຂອງລຸງດ້ວຍຕາຕົນເອງແລ້ວ, ຍັງມີຄົນມາຊື້ກັບທີ່ຕື່ມອີກ ໃນລາຄາປະມານ 3000 ຢວນ.