ຊາວ​ປະ​ມົງ​ເຮັດ​ກຳ​ປັ່ນ​ທະ​ຫານ​ຈຳ​ລອງ
2017-09-14 16:45:17  cri 

 

ລຸງ​ໂກ່​ຊາງຫາຍອາ​ຍຸ 60 ປີ​, ແມ່ນ​ຊາວ​ປະ​ມົງ​ເມືອງ​ຣື້​ຈ້າວ​ແຂວງ​ຊ່ານ​ຕົ່ງ. ເຖິງວ່າ ເຮືອ​ເປັນ​ດັ່ງ​ຊີ​ວິດ​ຂອງ​ຕົນ ໂຕ​ກໍ່​ຈຳ​ເປັນ​ຂາຍ​ອອກ​ເມືອ​ປີ 2005 ແລະ​ຢຸດ​ອາ​ຊີບ​ການຫາ​ປາ​ຂອງ​ເພິ່ນ​ລົງ. ແຕ່​ດ້ວຍ​ໃຈມັກ​ທະ​ເລ​​ທີ່​ສຸດ, ຈຶ່ງ​ເກີດແນວ​ຄິດ​ວ່າ ຢາກ​ເຮັດ​ກຳ​ປັ່ນ​ທະ​ຫານ​ຈຳ​ລອງ​ຂຶ້ນ.

ກຳ​ປັ່ນ​ທຸກ​​ລຳ​ທີ່​ເພິ່ນ​ເຮັດ​ນັ້ນ​ປະ​ກອບ​ດ້ວຍ​ເຄື່ອງ​ອາ​ໄຫຼ່​ຮ້ອຍກວ່າ​ອັນ ແລະ​​ຕ່າງ​ກໍ່​ຕິດ​ຕັ້ງອຸ​ປະ​ກອນ​ເອ​ເລັກ​ໂຕ​ຣນິກ, ​ຈຶ່ງສາ​ມາດ​ຄວບ​ຄຸມ​ດ້ວຍ​​ຮີ​ໂມດ​ໄດ້, ສາ​ມາດ​ແລ່ນທັງທາງ​ບົກ​ແລະ​ທາງ​ນ້ຳ ​ທັງ​ສາ​ມາດ​ຈຳ​ລອງ​ການ​ຍິງ​ປືນ​ໄດ້​ຕື່ມ​ອີກ. ຫຼັງ​ຈາກ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ເຜີຍ​ແຜ່​ເລື່ອງ​ຂອງ​ລຸງ​ໂກ​ຊາງ​ຫາຍ​ແລ້ວ, ສື່​ສັງ​ຄົມ​ອອນ​​ລ​າຍ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຫຼາ​ຍ​ສິບ​ແຫ່ງຕ່າງ​ກໍເຜີຍ​ແຜ່​ຕໍ່​ ເຮັດ​ໃຫ້ລຸງ​​ເກີດ​ມີ​ຊື່​ສຽງ​ດັງ​ຂຶ້ນ​ເຊິ່ງນອກ​ຈາກ​ມີຫຼາຍ​ຄົນ​​ຍັງ​ໄປ​ເບິ່ງກຳ​ປັ່ນ​ຈຳ​ລອງ​ຂອງ​ລຸງດ້ວຍ​ຕາ​ຕົນ​ເອງ​ແລ້ວ, ຍັງ​ມີ​ຄົນມາ​ຊື້​ກັບ​ທີ່​ຕື່ມ​ອີກ​ ໃນ​ລາ​ຄາປະ​ມານ 3000 ຢວນ.​

 


1  2  3  4  5  6  7  8  9  10  11  12  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ