ຈີນ-​ອາ​ຊຽນ​ຈະ​ລົງ​ເລິກ​ແລະ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ​ຕື່ມ​ອີກ
2017-09-14 17:02:59  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກ​ອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ, ຍີ່​ປຸ່ນ ແລະ​ສ.ເກົາ​ຫຼີ ຄັ້ງ​ທີ 15 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງເສ​ລີ​ເບ​ກາ​ວັນ​ຂອງບ​ຣູ​ໄນ, ​ແລະ​ໃນ​ໂອ​ກາດ​ນີ້ ທ່ານ​ຮ​ວງ​ຣຸ້ນ​ຊິ່ວ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ, ການ​ຮ່ວມ​ມື​​ດ້ານ​ສິ່ງ​ແວດ​ລ້ອມ​ລະ​ຫວ່າງ​ຈີນ​ກັບ​ອາຊຽນ​ມີ​ທ່ວງ​ທ່າ​ທີ່​ດີ​ແລະໄດ້​ກາຍ​ເປັນໂຕ​ແບບໃນ​ການ​ຮ່ວມ​ມື​ໃຕ້ໆ.

ທ່ານ​ຮວງ​ຣຸ້ນ​ຊິ່ວ​ກ່າວ​ວ່າ, ປີ 2016, ຈີນ-ອາ​ຊຽນ​ໄດ້ຮັບ​ຮອງ "ຍຸດ​ທະ​ສາດ​ແຫ່ງ​ການ​ຮ່ວມ​ມື​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ສົກ​ປີ 2016-2020", ແລະຫວ່າງ​ມໍ່ໆ​ນີ້, ສອງ​ຝ່າຍ​ກໍໄດ້​ຮັບ​ຮອງ "ແຜນ​ການ​ການ​ເຄື່ອນ​ໄຫວ​​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ 2016-2020" ຕື່ມ​ອີກ. ​ໂດຍ​ອີງ​ໃສ່ຍຸດ​ທະ​ສາດ​ແຫ່ງ​ການ​ຮ່ວມ​ມື​ແລະ​ແຜນ​ການ​ການ​ເຄື່ອນ​ໄຫວ​ໄລ​ຍະ​ໃໝ່, ສອງ​ຝ່າຍ​ໄດ້​ເລີ່ມ​ສ້າງ​​ສາຍ​ພົວ​ພັນລະ​ຫວ່າງ​ຕົວ​ເມືອງ​ທີ່​​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ເວ​ທີ​ແບ່ງ​ປັນ​ຂໍ້​ມູນ​ສິ່ງ​ແວດ​ລ້ອມ​ ເຊິ່ງ​ເປັນ​ພື້ນ​ຖານການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ອະ​ນາ​ຄົດ​ທີ່​ຈະ​ຍາດ​ໄດ້​ຜົນ​ແນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ຮວງ​ຣຸ້ນ​ຊິ່ວ​ຍັງ​ກ່າວ​​ຕື່ມວ່າ, ໃນ​ການ​ແກ້​ໄຂ​ບັນ​ຫາ​​ສິ່ງ​ແວດ​ລ້ອມ​ພາຍ​ໃນ​ປະ​ເທດນັ້ນ, ລັດ​ຖະ​ບານ​ຈີນ​ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຫຼາຍ​ຝ່າຍ​ແລະ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ຊີ​ວະນາໆ​ພັນ​ແລະ​ສິ່ງ​ແວດ​ລ້ອມ 30 ກວ່າ​ສະ​ບັບ, ເພື່ອ​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ສີ​ຂຽວ, ​​ສະ​ໜອງ​ແຜ​ນ​ການແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ​ແລະສ້າງ​ຄວາມ​​ໝັ້ນ​ຄົງ​ດ້ານ​ຊີ​ວະ​ນາໆ​ພັນ​ໃນ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ