ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​​ຊື້ເຮືອ​ບິນ​ໂດຍສານ​ໂ​ບ​ອິງ 16 ລຳ
2017-09-14 14:26:27  cri 
ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 13 ກັນ​ຍາ​ນີ້​ວ່າ, ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ບໍ​ລິ​ສັດໂບ​ອິງ​ຂອງ​ອາ​ເມ​ລິ​ກາ​ວ່າ​ດ້າວຍການ​ຊື້​ເຮືອ​ບິນ​ໂດຍ​ສານໂບ​ອິງ 16 ລຳ, ໃນ​​ນີ້ໂບ​ອິງ 787 ມີ 8 ລຳ.

ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ກ່າວ​ວ່າ, ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ດັ່ງ​ກ່າວ​ໄດ້​ລົງ​ນາມ​ຢູ່​ນະ​ຄອນ​ຫຼວ​ງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ເລິ​ກາ​ໂດຍ​ທ່​ານ​ນາ​ຈິບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ເປັນ​ສັກ​ຂີ​ພິ​ຍານ.

ທ່ານ​ປີ​ເຕີ ເບ​ເລວ ​ຫົວ​ໜ້າຜູ້​ອຳ​ນວຍ​ການ​​ບໍ​ລິ​ຫານ​ງານ​ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ກ່າວ​ວ່າ, ​ເຮືອ​ບິນ​ໂດຍ​ສານໂບ​ອິງ 787 ຈະ​ເຮັດ​ໃຫ້​ບໍ​ລິ​ສັດ​ຂອງ​ຕົນ​ມີ​ຄວາມ​ສາ​ມາດປະ​ຕິ​ບັດ​ໜ້າ​ທີ່​ການບິນຈາກ​ກົວ​ລາ​ລຳ​ເປີ​ໄປ​ປະ​ເທດ​ເອີ​ລົບ​ຫຼື​ອາ​ເມ​ລິ​ກາ​ໄດ້.

ປີ 2016, ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ໄດ້​ເຊັນ​ສັນ​ຍາ​​ຊື້​ເຮືອ​ບິນ​ໂດຍ​ສານໂບ​ອິງ 50 ລຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ