ຈີນ​ແລະ 3 ປະ​ເທດ​ອາ​ຊຽນ​ສ້າງ​ກົນ​ໄກ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ນິກ​ສອງ​ຝ່າຍ​ແບບ​ໃໝ່
2017-09-14 14:30:05  cri 
ໃນກອງ​ປະ​ຊຸມ​ການ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່​​ແລະ​ຖ່າຍ​ທອດ​ເຕັກ​ນິກຈີນ-ອາ​ຊຽນ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດກວາງ​ຊີ​ ສ​ປ ຈີນ​ໃນ​ວັນ​ທີ 13 ກັນ​ຍາ​ນີ້, ​ສູນ​ຖ່າຍ​ທອດ​ເຕັກ​ນິກ​ສອງ​ຝ່າຍ​ຈີນ-ອາ​ຊຽນ​ໄດ້​ສ້າງ​ແລະ​ປະ​ຕິ​ບັດ​​ກົນ​ໄກ​ຮ່ວມ​ມື​ການຖ່າຍ​ທອດ​ເຕັກ​ນິກ​ຕົວ​ຈິງ​ສອງ​ຝ່າຍ​ກັບ​ບ​ຣູ​ໄນ, ອິນ​ໂດ​ເນ​ເຊຍ​ແລະ​ຫວຽດ​ນາມ. ​ສົ່ງ​ຜົນ​ເຮັດ​ໃຫ້ມາ​ຮອດ​ປັດ​ຈຸ​ບັນ, ​ມີ 8 ປະ​ເທດ​​ໃນ​ອາ​ຊຽນແລ້ວ​ທີ່​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ.

ກອງ​ປະ​​ຊຸມ​ດັ່ັງ​ກ່າວ​ໄດ້​ເນັ້ນ​ຫົວ​ຂໍ້ "ການ​ຮ່ວມ​ມື​ແບບ​ປະ​ດິດ​ສ້າງ​ໃໝ່, ແບ່ງ​ປັນ​ຄວາມ​ຜາ​ສຸກ​ຮ່ວມ​ກັນ", ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຫຼາຍ​ທ່ານ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນໄດ້​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ພິ​ທີ​ເຊັນ​ສັຍ​ຍາ​ໂຄງ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສຳ​ຄັນ​ຕ່າງໆ​ເປັນ​ຕົ້ນ: "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ແບບ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ຖ່າຍ​ທອດ​ເຕັກ​ນິກ​ລະ​ຫວ່າງ​ສູນຖ່າຍ​ທອດ​ເຕັກ​ນິກ​ຈີນ-ອາ​ຊຽນ​ກັບ​ກະ​ຊວງ​ພະ​ລັງ​ງານ​ແລະ​ອຸດ​ສາ​ຫະ​ກຳ​ບ​ຣູ​ໄນ", "ແຜນ​ການ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ສູນຖ່າຍ​ທອດ​ເຕັກ​ນິກ​ຈີນ-ອາ​ຊຽນ​ແລະ​ສູນຖ່າຍ​ທອດ​ເຕັກ​ນິນກ​ຈີນ-ອິນ​ໂດ​ເນ​ເຊຍ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ອິນ​ໂດ​ເນ​ເຊຍ"ແລະ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ​ສູນຖ່າຍ​ທອດ​ເຕັກ​ນິກ​ຈີນ-ອາ​ຊຽນ​ແລະ​ສູນຖ່າຍ​ທອດ​ເຕັກ​ນິກ​ຫວຽດ​ນາມ​ກ່ຽວ​ກັບການ​ຮ່ວມ​ມືຊຸກ​ຍູ້​ການຖ່າຍ​ທອດ​ເຕັກ​ນິກ" ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ