ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​2018ຈະ​ຈັດ 5 ​ກິດ​ຈະ​ກຳ​ໃຫຍ່ຕາມ​ຫົວ​ຂໍ້ສະ​ເພາະ
2017-09-15 10:26:35  cri 
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ກັນ​ຍາ​ນີ້​ໄດ້​ຕົກ​ລົງ​ໃນ​ເບືື້ອງ​ຕົ້ນ​ວ່າ ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12-15 ກັນ​ຍາ 2018 ໂດຍ​ຈະ​ກຳ​ນົດ 5 ຫົວ​ຂໍ້​ໃຫຍ່​ຄື ການ​ຄ້າ​ສິນ​ຄ້າ, ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ,ການ​ຄ້າ​ການ​ບໍ​ລິ​ການ,ເຕັກ​ນິກ​ກ້າວ​ໜ້າ​ທັນ​ສະ​ໄໝ​ແລະ​ເມືອງ​ແຫ່ງ​ສະ​ເໜ່, ຂະ​ນະ​ທີ່​ກຳ​ປູ​ເຈຍ​ຈະ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​.

ທ່ານ​ຫວາງ​ເຫຼີຍ ເລ​ຂາ​ທິ​ການ​ຂອງກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເປີດ​ເຜີຍ​ວ່າ: ສຳ​ລັບ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ສິນ​ຄ້າ​ເປັນ​ຈຳ​ນວນຫຼາຍ​ແລະໄດ້​ຮັບ​ຜົນ​ງານ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ຢ່າງ​ພົ້ນ​ເດັ່ນ, ການ​ຮ່ວມ​ມື​ສາ​ກົນ​​ເພື່ອ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ​ກໍ​​ໄດ້​ກ້າວ​ສູ່​ລວງ​ເລິກ​ແລະ​ເປັນ​ຮູບ​ປະ​ທຳຫຼາຍກວ່າ. ນອກ​ນີ້, ຍັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ໃໝ່​ຂອງ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເພື່ອ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ໄດ້​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ຕ່າງໆ, ຂະ​ນະ​ທີ່​ລະ​ດັບ​ການ​ຄຸ້ມ​ຄອງ​ແລະ​ການ​ບໍ​ລິ​ການ​ງານ​ວາງ​ສະ​ແດງ​ກໍ​ໄດ້​ຍົກ​ສູງ​ຂຶ້ນ​ຕື່ມ​ແລະຂະ​ຫຍາຍ​ອິດ​ທິ​ພົນກວ້າງ​​ອອກ​ສູ່​ສາ​ກົນ​ຢ່າງ​ຕໍ່​ເນື່ອງ. ແນວ​ໃດ​ກໍ​ດີ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ 2018 ຈະ​ພະ​ຍາ​ຍາມ ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ສະຫຼອງປີ​ຄົບ​ຮອບ 15 ປີ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວ​ມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ແລະ​ປີ​ຄົບ​ຮອບ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃຫ້​ສຳ​ເລັດ​ໂດຍ​ດີ ທັງ​ສືບ​ຕໍ່​ປັບ​ປຸງວຽກ​ງານ​​ທຸກ​ດ້ານ​ໃນ​ການກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃຫ້​ດີ​ຂຶ້ນ​ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ງາ​ນ​ວາງ​ສະ​ແດງ​ໃຫ້ສູງ​ຂຶ້ນ​ຕື່ມ​ແລະ​ຮັບ​ໃຊ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ