ຈີນ​ຊົມ​ເຊີຍ​ທຸກ​ຄວາມ​ພະ​ຍາ​ຍາມ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ​ໂດຍ​ສັນ​ຕິ
2017-09-15 10:59:16  cri 
ທ່ານ​ນາງ​ຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ກັນ​ຍາ​ນີ້​ວ່າ: ຂໍ​ພຽງ​ແຕ່​ເປັນ​ປະ​ໂຫຍດ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ​ໂດຍ​ສັນ​ຕິ​ແລະ​ເປັນ​ປະ​ໂຫຍດ​ຕໍ່​ການ​ສົ່ງ​ເສີມ​ໃຫ້​ບັນ​ດາ​ຝ່າຍ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ຈີນ​ກໍ​ຈະ​ມີ​ທ່າ​ທີ​ຕັ້ງ​ໜ້າ​ແລະ​ເປີດ​ປະ​ຕູ ທັງ​ຫວັງ​ວ່າ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ກຳ​ໂອກາດ​ແລະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າ​ຫານ​ທາງ​ການ​ເມືອງ​ເພື່ອ​​ຕັດ​ສິນ​ທາງ​ການ​ເມືອງ​ທີ່​ຖືກ​ຕ້ອງ​ໂດຍ​ໄວ.

ຂ່າວ​ແຈ້ງວ່າ: ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ເມື່ອ​ມໍ່ໆ​ນີ້​ວ່າ: ບັນ​ດາ​ຝ່າຍ​ຄວນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ​ດ້ວຍ​ວິ​ທີ​ທາງ​ການ​ທູດ​ແລະ​ທາງ​ການ​ເມືອງ ທັງ​ຢືນ​ຢັນ​ວ່າ​ຍິນ​ດີ​ເປັນ​ຜູ້​ໄກ່​ເກ່ຍ​ໃນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ. ຕໍ່​ກໍ​ລະ​ນີ​ນີ້, ທ່ານ​ນາງ​ຮ​ວາ​ຊຸນ​ຢິງໄດ້​ເນັ້ນ​ວ່າ ຈີນ​ຊົມ​ເຊີຍ​ທຸກ​ຄວາມ​ພະ​ຍາ​ຍາມ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ການ​ຊຸກ​ຍູ້​ໃຫ້​ແຫຼມ​ເກົາຫຼີ​ບັນ​ລຸ​ການ​ປອດ​ອາ​ວຸດ​ນິວ​ເຄ​ລຍ​ດ້ວຍ​ວິ​ທີ​ທາງ​ການ​ທູດ​ແລະ​ທາງ​ການ​ເມືອງ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ