ໄທປະ​ກວດ​ທັກ​ສະ​ພາ​ສາ​ຈີນ​ຊິງຂັນ​ສົມ​ເດັດ​ພະ​ເທບ​ພະ​ຣັດ​ຣາ​ຊະ​ສຸ​ດາ​ສະ​ຫຍາມ​ບໍ​ຣົມ​ມະ​ຣາ​ຊະ​ກຸ​ມາ​ລີ
2017-09-15 14:40:49  cri 

​ການ​ປະ​ກວດ​ທັກ​ສະ​ພາ​ສາ​ຈີນ​ຊິງ​ຂັນ​ສົມ​ເດັດ​ພະ​ເທບ​ພະ​ຣັດ​ຣາ​ຊະ​ສຸ​ດາ​ສະ​ຫຍາມ​ບໍ​ຣົມ​ມະ​ຣາ​ຊະ​ກຸ​ມາ​ລີ​ຮອບ​ຊິງ​ຊະ​ນະ​ເລີດ​ແລະ​ພິ​ທີ​ມອບ​ລາງວັນ​ໂດຍ​ມີ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ໃຕ້​ໄທ​ຈຳ​ກັດ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ກັນ​ຍາ​ນີ້​ຢູ່​ນະ​ຄອນຫຼວງ​ບາງກອກ ໂດຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ໄທ, ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ພ້ອມ​ດ້ວຍນັກ​ຮຽນ​ທີ່​ເຂົ້​າ​ຮອບ​ຊິງ​ເຂົ້າ​ຮ່ວມ. ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ໄທກ່າວ​ວ່າ: ມິດ​ຕະ​ພາບ​ໄທ-ຈີນ​ມີ​ປະ​ຫວັດ​ມາ​ຢ່າງ​ຍາວ​ນານ, ສາຍ​ພົວ​ພັນ​ມິດ​ຕະ​ພາບ​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ, ພາ​ສາ​ຈີນ​ມີ​ບົດ​ບາດ​ນັບ​ມື້​ສຳ​ຄັນ​ໃນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ. ​ຈາກ​ການ​ທີ່​ນັກ​ຮຽນ ນັກ​ສຶກ​ສາ​ແລະ​ປະ​ຊາ​ຊົນ​ໄທ​ຮຽນ​ພາ​ສາ​ຈີນ​ເພີ່ມ​ຫຼາຍ​ຂຶ້ນ​ນັ້ນ​ກໍ​ຈະ​ເປັນ​ສ່ວນ​ສຳ​ຄັນ​ໃນ​ການ​ເຜີຍ​ແຜ່ວັດ​ທະ​ນະ​ທຳ​ຈີນ​ຢູ່​ໄທ​ໄດ້​ຢ່າງກວ້າງ​ຂວາງ​ກວ່າ​ເກົ່າ​ແລະ​ຊ່ວຍ​ສົ່ງ​ເສີມ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສົ່ງ​ເສີມ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ໄດ້​ດີ​ຂຶ້ນ​ຕື່ມ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ