ດາລາໝີແພນດາ "ບາສ"ເຖິງແກ່ກຳ
2017-09-15 16:29:14  cri 

ດາລາໝີແພນດາຊື່"ບາສ"ໄດ້ເຖິງແກ່ກຳແລ້ວໃນເວລາ 8 ໂມງ 50 ນາທີຂອງວັນທີ 13 ກັນຍານີ້ຢູ່ເມືອງຟູ​ໂຈ່ວ ແຂວງຟູຈ້ຽນ ສປ ຈີນ. "ບາສ"ເກີດເມື່ອປີ 1980ແລະ​ໃນ​ປີ 1990 ໄດ້ຮັບເລືອກເປັນສັດນຳໂຊກຊື່ "​ພ້ານ​ພ້ານ"​ໃນເອຊຽນເກມປັກກິ່ງທັງໄດ້​ເຂົ້າ​ຮ່ວມສະແດງໃນ ງານລາຕີສະຫຼອງບຸນກຸດຈີນຂອງໂທລະພາບCCTV ຈົນກາຍເປັນດາລາໝີແພນດາທີ່ມີຊື່ສຽງໃນທົ່ວປະເທດຈີນ. ປີ 1984, "ບາສ"ໄດ້ ຍ້າຍໄປດຳລົງຊີວິດຢູ່ເມືອງຟູໂຈ່ວເຊິ່ງ​ມາ​ເຖິງປີນີ້ ມີອາຍຸ 37 ປີ ເຊິ່ງເທົ່າກັບອາຍຸ 100 ກວ່າປີຂອງ​ຄົນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ