ອາ​ເມ​ລິ​ກາ​ຂວ້ຳ​ບາດ​ອີ​ຣານ​ອີກ​​ເທື່ອໃໝ່
2017-09-15 10:47:09  cri 
ວັນ​ທີ 14 ກັນ​ຍາ​ນີ້, ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຂວ້ຳ​ບາດ​ 4 ບໍ​ລິ​ສັດ ແລະ​ເຈົ້າ​ໜ້າ​ທີ່​ໄອ​ທີ 7 ຄົນ ຫຼັງ​ພົບ​ວ່າ​ໄດ້​ສະ​ໜັບ​ສະ​ໜູນ​ແຜນ​ການ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣານ ແລະ​ໂຈມ​ຕີ​ລະ​ບົບ​ການ​ທະ​ນາ​ຄານ​​ອາ​ເມ​ລິ​ກາ​ທາງ​ອິນ​ເຕີ​ເນັດ ແລະ​ອື່​ນໆ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຖະ​ແຫຼງ​ໃນ​ມື້​​ດັ່ງ​ກ່າວວ່າ, ການ​ຂວ້ຳ​ບາດ​ເທື່ອ​ນີ້​​ໄດ້​ກວມ​ເອົາ​ 2 ບໍ​ລິ​ສັດ​ຂອງ​ອີ​ຣານ, 2 ບໍ​ລິ​ສັດ​ຂອງ​ອູ​ແກ​ຣນ ແລະ​ເຈົ້າ​ໜ້າ​ທີ່​ໄອ​ທີ​ອີ​ຣານ 7 ຄົນ ​ທີ່​ສະ​ໜອງວັດ​ຖຸ​​ໃຫ້ແກ່​ແຜນ​ການ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣານ ຫຼື ​ຊ່ວຍ​ອີ​ຣານຂົນ​ສົ່ງ​ອາ​ວຸດ​ແລະ​ນັກຕໍ່​ສູ້​ໄປ​ຊີ​ຣີ ຫຼື​ໂຈມ​ຕີ​ລະ​ບົບ​ການ​ທະ​ນາ​ຄານ​ອາ​ເມ​ລິ​ກາ​​ທາງ​ອິນ​ເຕີ​ເນັດ.

​ມາດ​ຕະ​ການ​ຂວ້ຳ​ບາດດັ່ງ​ກ່າວ​ລະ​ບຸ​ວ່າ, ຊັບ​ສິນຂອງ​ບໍ​ລິ​ສັດ​ແລະ​ບຸກ​ຄົນ​ເຫຼົ່າ​ນີ້ຢູ່​ອາ​ເມ​ລິ​ກາ​ຈະ​ອາ​ຍັດໄວ້, ຂະ​ນະ​ດຽວ​ກັນ ຊາວ​ອາ​ເມ​ລິ​ກາ​ກໍ​ຫ້າມ​ບໍ່​ໃຫ້​ຄ້າ​ຂາຍ​ແລະ​ໄປ​ມາ​ຫາ​ສູ່​ກັບ​ເຂົາ​ເຈົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ