ອາ​ເມ​ລິ​ກາ​ວາງ​ມາດ​ຕະ​ການ​ຈຳ​ກັດ​ໃນ​ການ​​ອອກວີ​ຊາ​ໃຫ້ພົນ​ລະ​ເມືອງກຳ​ປູ​ເຈຍ​ແລະ​ອີກ 3 ປະ​ເທດ
2017-09-15 11:10:21  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​​ຮັກ​ສາຄວາມ​ໝັ້ນ​ຄົງ​ດິນ​ແດນ​ແຫ່ງ​​ຊາດ​ອາ​ເມ​ລິ​ກາ​ຖະ​ແຫຼງ​ໃນ​ວັນ​ທີ 13 ກັນ​ຍາ​ນີ້​ວ່າ, ເນື່ອງ​ຈາກ​ກຳ​ປູ​ເຈຍ​ແລະ​ອີກ 3 ປະ​ເທດ​ປະ​ຕິ​ເສດ ຫຼື​ແກ່​ຍາວ​ເວ​ລາ​ຮັບ​ເອົາ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ທີ່​ຖືກ​ເນ​ທະ​ເທດ​ອອກ​ຈາກ​ອາ​ເມ​ລິ​ກາຢ່າງ​ບໍ່​ມີ​ເຫດ​ຜົນ, ຈິ່ງໄດ້​ວາງ​ມາດ​ຕະ​ການ​ຈຳ​ກັດ​ການ​​ອອກວີ​ຊາ​ໃຫ້ພົນ​ລະ​ເມືອງ 4 ປະ​ເທດ​​ໃນ​ລະ​ດັບ​ຕ່າງ​ກັນ​ເລີ່ມມື້​ນີ້​ເປັນ​ຕົ້ນ​ໄປ ແລະຖ້າ​ບໍ່​ປັບ​ປຸງ​, ກໍອາດ​ຈະ​ເປີດກວ້າງ​ຂອບ​ເຂດ​ຈຳ​ກັດ​ການ​​ອອກວີຊາຕື່ມ​ອີກ.

​ທັງ​ນີ້​ອີງ​ຕາມ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ​ອາ​ເມ​ລິ​ກາ​ເມື່ອ​ປີ 2001, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ສາ​ມາ​ດ​ກັກ​ຊາວ​ຕ່າງ​ປະ​ເທດ​ທີ່​ຖືກ​ເນ​ລະ​ເທດ​ອອກ​ຈາກ​ອາ​ເມ​ລິ​ກາ​ນັ້ນຫຼາຍ​ສຸດ​ມີ​ພຽງ​ແຕ່ 90 ວັນ ແລະ​ຖ້າກາຍ​ການ​ກຳ​ນົດ​ນີ້​ແລ້ວ, ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ອາດ​ຈະ​ຮ້ອງ​ຂໍ​ແກ່​ຍາວ​ເວ​ລາ​ກັກ​ ຫຼື​ຕິດ​ຕາມ​ຢູ່ນອກ​ຄຸກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ