ສິງ​ກະ​ໂປ​ເປີດ​ກວ້າງ​ຂອບ​ເຂດ​ການ​ຊອກ​ຄົ້ນ​ລູກ​ເຮືອ​ຈີນ​ທີ່​ຫາຍ​ສາບ​ສູນ
2017-09-15 16:24:39  cri 
    ອົງ​ການ​ຄຸ້ມ​ຄອງວຽກ​ງານ​ທາງ​ທະ​ເລ​ແລະ​ທ່າ​ກຳ​ປັ່ນ​ສິງ​ກະ​ໂປ ແຈ້ງໃນ​ວັນ​ທີ 14 ກັນ​ຍານີ້​ວ່າ, ຂະ​ແໜງການທີ່​ກ່ຽວ​ຂ້ອງ​ໄດ້​ເປີດ​ກວ້າງ​ຂອບ​ເຂດ​ການ​ຊອກ​ຄົ້ນ​ລູກ​ເຮືອ​ຈີນ 3 ຄົນ​ທີ່​ຫາຍ​ສາບ​ສູນ​​ຈາກ​ເຫດ​ເຮືອຫຼົ້ມ​ເມື່ອ​ວັນ​ທີ 13 ກັນ​ຍານີ້.

    ເຈົ້າ​ໜ້າ​ທີ່​ອົງ​ການ​ດັ່ງ​ກ່າວ​ກ່າວ​ວ່າ, ​ມີຫຼາຍ​ຂະ​ແໜງ​​ການຂອງ​ປະ​ເທດ​ຕົນ​ໄດ້​ເຄື່ອນ​ໄຫວ​ຊອກ​ຄົ້ນຮ່ວມ​ກັນ ແລະ​​ເພີ່ມເນື້ອ​ທີ່​​ການຊອກ​ຄົ້ນ​ຕາມ​ໜ້າ​ນ້ຳ​ຈາກ 130 ກິ​ໂລ​ຕາ​ແມັດ​ຂຶ້ນ​ເປັນ 250 ກິ​ໂລ​ຕາ​ແມັດ, ສ່ວນ​ທາງ​ອາ​ກາດ​ກໍ​ເພີ່ມຈາກ 770 ກິ​ໂລ​ຕາ​ແມັດ​ຂຶ້ນ​ເປັນ 2701 ກິ​ໂລ​ຕາ​ແມັດ.

    ຂ່າວ​ແຈ້ງວ່າ, ສິງ​ກະ​ໂປ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່ 280 ຄົນ, ເຮືອ​ບິນ 5 ລຳ ແລະ​ກຳ​ປັ່ນ 29 ລຳ​ເພື່ອ​ຊອກ​ຄົ້ນ​ຜູ້​ຫາຍ​ສາບ​ສູນ, ຂະ​ນະ​ທີ່​ສູນ​ປະ​ສານ​ງານ​ການ​ຊ່ວຍ​ເຫຼືອ​ອິນ​ໂດ​ເນ​ເຊຍ ກໍ​ໄດ້​ສົ່ງ​ກຳ​ປັ່ນ 10 ລຳ​ຊ່ວຍ​ຊອກ​ຄົ້ນ​ຢູ່​ຕາມ​ເຂດ​ນ້ຳ​ປະ​ເທດ​ຕົນ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ