ລາວ​ຈະ​ສ້າງ​ຕັ້ງ​ສະ​ຖານ​ກົງ​ສຸນ​ໃຫຍ່​ຢູ່​ແຂວງ​ຮູ​ນານ ສ​ປ ຈີນ
2017-09-15 16:27:28  cri 
    ພະ​ແນກ​ການ​ຕ່າງ​ປະ​ເທດ​ແລະ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ແຂວງ​ຮູ​ນານ ສ​ປ ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 14 ກັນ​ຍານີ້​ວ່າ, ລັດ​ຖະ​ບານ​ຈີນ ໄດ້​ເຫັນ​ດີ​ໃຫ້ ສ​ປ​ປ ລາວ ສ້າງ​ຕັ້ງ​ສະ​ຖານ​ກົງ​ສຸນ​ໃຫຍ່​ຢູ່​ເມືອງ​ຊາງ​ຊ່າ ໂດຍກວມ​ເອົາແຂວງ​ຮູ​ນານ, ຮູ​ເປີຍ, ເຮີ​ນານ ແລະ​ກຸ້ຍ​ໂຈ່ວ ແລະ​ຄາດ​ວ່າ​ຈະ​ເປີດ​ບໍ​ລິ​ການ​ຢ່າ​ງ​ເປັນ​ທາງ​ການ​ໃນ​ປີນີ້. ນີ້​ແມ່ນ​ສະ​ຖານ​ກົງ​ສຸນ​ແຫ່ງ​ທຳ​ອິດ​ຂອງຕ່າງ​ປະ​ເທດ​​ທີ່ສ້າງ​ຕັ້ງ​ຂຶ້ນ​ຢູ່​ແຂວງນີ້​ນັບ​ແຕ່​ສະ​ຖາ​ປະ​ນາ ສ​ປ ຈີນ​ເປັນ​ຕົ້ນ​ມາ.

    ຫຼັງ​ຈາກ​ສະ​ຖານ​ກົງ​ສຸນ​ດັ່ງ​ກ່າວ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ຈະ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ພາກ​ກາງ​ຂອງ​ຈີນ​ກັບ​ລາວ ທັງອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​​ພົນ​ລະ​ເມືອງ​ໃນ​ການສັນ​ຈອນ​ໄປ​ມາ​ລະ​ຫວ່າງ​ແຂວງ​ຮູ​ນານ​ກັບ​ລາວ, ສຳ​ລັບ​ພົນ​ລະ​ເມືອງຢູ່​ແຂວງນີ້ ແລະ​ແຂວງ​ອື່ນໆ​ທີ່​ຢູ່​ໃນ​ການ​ບໍ​ລິ​ການ​ຂອງ​ກົງ​ສຸນ​ດັ່ງ​ກ່າວ ຈະ​ສາ​ມາດ​ຂໍ​ເຮັດ​ວີ​ຊາ​ຢູ່​ເມືອງ​ຊາງ​ຊ່າ​ໂດຍ​ກົງ​ເພື່ອ​ເດີນ​ທາງ​​ໄປ​ລາວ. ຂະ​ນະ​ດຽວ​ກັນ, ຍັງ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ຮູ​ນານ​ກັບ​​ລາວທັງ​ໃນ​ການ​ລົງ​ທຶນ, ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ ແລະ​ດ້ານ​ອື່ນໆ​ຕື່ມ​ອີກ ລວມ​ທັງຊຸກ​ຍູ້​ໃຫ້​ແຂວງ​ຮູ​ນານ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ປົກ​ປ້ອງສິດ​​ຜົນ​ປະ​ໂຫຍດ​ທີ່ຊອບ​ດ້ວຍ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ແລະ​ພົນ​ລະ​ເມືອງ​ແຂວງ​ດັ່ງ​ກ່າວຢູ່​ລາວ ແລະ​ເປັນ​ຊ່ອງ​ທາງ​ທາງ​ການ​ທີ່​ສະ​ດວກ​ແລະ​ວ່ອງ​ໄວ​ໃນ​ການ​ແກ້​ໄຂ​ຂໍ້​ວິ​ວາດ​ທາງ​ແພ່ງ, ການ​ຄ້າ, ​ການ​ປົກ​ປ້ອງ​ກົງ​ສຸນ, ການ​ແກ້​ໄຂ​ເຫດ​ການ​ທີ່​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຢ່າງ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ