ເກີດ​ການໂຈມ​ຕີຫຼາຍ​ເທື່ອ​ຢູ່​ອີ​ຣັກເຮັດ​ໃຫ້ 50 ຄົນ​ເສຍ​ຊີ​ວິດ
2017-09-15 16:29:52  cri 
    ເຈົ້າ​ໜ້າ​ທີ່​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ອີ​ຣັກ​ກ່າ​ວ​ໃນ​ວັນ​ທີ 14 ກັນ​ຍານີ້​ວ່າ, ຢູ່​ເມືອງ​ນາ​ຊີ​ຢາ​ ເທດ​ສະ​ບານ​ແຂວງ​ດີ​ກາ ໄດ້​ເກີດ​ການໂຈມ​ຕີ​ດ້ວຍລະ​ເບີດ​ລົດ ​ສອງ​ເທື່ອ ແລະ​ເຫດ​ການຍິງ​ປືນ​ເທື່ອ​​ໜຶ່ງໃນ​ມື້​ດຽວ​ກັນ ສົ່ງ​ຜົນ​ເຮັດ​ໃຫ້ 50 ຄົນ​ເສຍ​ຊີ​ວິດ​ແລະ 87 ຄົນ​ບາດ​ເຈັບ.

    ຜູ້​ສັນ​ທັດ​ກໍ​ລະ​ນີ​ຂອງ​ກົມ​ຕຳຫຼວດ​ແຂວງ​ດີ​ກາ​ກ່າວວ​ວ່າ, ໃນ​ມື້​ດັ່ງ​ກ່າວ, ມີ​ລົດ​ຄັນ​ໜຶ່ງ​ທີ່​ບັນ​ທຸກ​ລູກ​ລະ​ເບີດ​ ໄດ້​ລະ​ເບີດ​ຢູ່​ສະ​ຖານີ​ກວດ​ກາ​ຂອງ​ເຂດ​ຟາ​ດັກ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ໂດຍ​ບໍ່​ຮູ້​ຈຳ​ນວນ​ລະ​ອຽດ. ຈາກນັ້ນ, ກຸ່ມ​ປະ​ກອບ​ອາ​ວຸດ​ກຸ່ມ​ໜຶ່ງ​ໄດ້​ໂຈມ​ຕີ​ຮ້ານ​ອາ​ຫານ​ແຫ່ງ​ໜຶ່ງຢູ່​ເຂດ​ດັ່ງ​ກ່າວ​ດ້ວຍ​ການ​ຍິງ​ປືນ ສົ່ງ​ຜົນ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີ​ວິດໃນ​ນີ້​ເປັນ​ຄົນ​ອີ​ຣານ 3 ຄົນ ແລະ 20 ຄົນ​ບາດ​ເຈັບ. ຈາກນັ້ນ​ເຄິ່ງ​ຊົ່ວ​ໂມງ, ຢູ່​ເຂດ​ດັ່ງ​ກ່າວ​ກໍ​ເກີດ​ເຫດ​ລະ​ເບີດ​ລົດ​ອີກ​ເທື່ອ​ໜຶ່ງ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ.

    ກຸ່ມ IS ໄດ້​​ອອກ​ມາປະ​ກາດ​ວ່າ​ເປັນ​ຜູ້ກໍ່​ເຫດ​ໂຈມ​ຕີ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ