ຈີນ-ລາວ​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ​
2017-09-16 16:06:51  cri 
ວັນ​ທີ 16 ກັນ​ຍານີ້ ທ່ານ​ຊາງວ້ານ​ຊວນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ທັງ​ເປັນ​ລັດ​ຖະ​ມົນ​ຕີກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ຢູ່ ສ​ປ​ປ ລາວ, ມື້​ດຽວ​ກັນ ຈີນ-ລາວ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ​ໂດຍ​ກ່າວ​ວ່າ:

ໃນ​ໄລ​ຍະ​ທ່ານ​ພົນ​ເອກ​ຊາງວ້ານຊວ ​ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ​ຢູ່​ລາວ​ຢ່າງ​ເປັນ​ທາງ​ການ ​, ທ່ານ​ໄດ້​ຮ່ວມ​ກັບ​ທ່ານ​ຈັນ​ສະ​ໝອນ ຈັນ​ຍາລາດ​ເປັນ​ປະ​ທານ​ຈັດ​ການ​ພົບ​ປະ​ລະ​ດັບ​ສູງ​ກ່ຽວ​ກັບ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງກອງ​ທັບ​ຈີນ-ລາວ ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມັກ​ຄີ ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງກອງ​ທັບ, ແລະ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ໃນ​ການ​ສ້າງ​ເຂດ​ຊາຍ​ແດນ​ຈີນ-ລາວ​ໃຫ້​ມີ​ສັນ​ຕິ​ພາບ ໄມ​ຕີ​ຈິດ​ມິດ​ຕະ​ພາບ​, ໝັ້ນ​ຄົງ​ຍາວ​ນານ​ແລະ​ມີ​ການ​ພັດ​ທະ​ນາ​ຢ່າງ​ຈະ​ເລີນ​ຮຸ່ງ​ເຮືອງ.

ຈີນ-ລາວ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສອງກອງ​ທັບໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​ເລິກ​ເຊິ່ງ; ກ່າວ​ເນັ້ນ​ວ່າ​ຈະ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ, ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ຂອງ​ຜູ້​ນຳ​ສອງ​ພັກ​ແລະ​ສອງ​ລັດ​ຖະ​ບານ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ແລະ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ​ ວໍ​ລະ​ຈິດ​ກ່ຽວ​ກັບ​ການ​ຂະ​ຫຍາຍການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ.

ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ໃຫ້​ສອງກອງ​ທັບ​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ​ຫຼາຍ​ຂຶ້ນ; ສືບ​ຕໍ່​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນໃນ​ດ້ານ​ການ​ປ້ອງ​ກັນ​ເຂດ​ຊາຍ​ແດນ, ຈັດ​ການ​ລາດ​ຕະ​ເວນ​ຮ່ວມ​ ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການ​ເຄື່ອນ​ໄຫວ​ອື່ນໆ​ເປັນ​ປະ​ຈຳ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງຊາຍ​ແດນ. ຈີນ​ສະ​ໜັບ​ສະ​ໜູນ​ການ​ສ້າງສາ​ແລະ​ການ​ພັດ​ທະ​ນາ​ຂອງກອ​ງ​ທັບ​ລາວ, ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ກອງ​ທັບ​ລາວ​ຕາມ​ຄວາມ​ສາ​ມາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ