ຕຳ​ຫຼວດ​ອັງ​ກິດ​ກຳ​ນົດ​ເຫດ​ການ​ລະ​ເບີດ​ແຕກ​ຢູ່​ລົດໄຟ​ໃຕ້​ດິນ​ລອນດອນ​ເປັນ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ
2017-09-16 17:29:19  cri 

ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 15 ກັນ​ຍາຕາມ​ເວ​ລາ​ທ້ອງ​ຖິ່ນ, ຕູ້​ລົດ​ໄຟ​ໃຕ້​ດິນ​ຕູ້​ໜຶ່ງ​ຂອງ​ລົດ​ໄຟ​ໃຕ້​ດິນ​ສາຍ​ດິ​ສ​ທ​ຣີ​ທີ່​ລອນດອນ​ອັງ​ກິດ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ແຕກ, ເຮັດ​ໃຫ້ 20 ກວ່າ​ຄົນ​ບາດ​ເຈັບ, ຕຳ​ຫຼວດ​ໄດ້ຢືນ​ຢັນ​ເຫດ​ການ​ເທື່ອ​ນີ້​ເປັນ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ, ນີ້​​ແມ່ນ​ອັງ​ກິດ​ເກີດ​ເຫດ​ການ​ແບບ​ກໍ່​ການ​ຮ້າຍ​ເປັນ​ເທື່ອ​ທີ 5 ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ. ທ່ານ​ນາງຕຼີ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ປະ​ກາດ​​ຍົກ​ລະ​ດັບ​ການ​ຂົ່ມ​ຂູ່​​ຕ້ານກໍ່​ການ​ຮ້າຍ​ຂອງ​ອັງ​ກິນ​​ໃຫ້ຂຶ້ນ​ສູງ​ເຖິງ ​ລະ​ດັບ "ອັນ​ຕະ​ລາຍ" ເຊິ່ງ​ເປັນ​ລະ​ດັບ​ສູງທີ່​ສຸດ.

ຜູ່​ຊ່​ຽວ​ຊານ​ຕ້ານ​ການ​ກໍ່​ການ​ຮ້າຍ​ວິ​ເຄາະ​ວ່າ, ໃນ​ເຫດ​ການ​ເທື່ອ​ນີ້​ເຄື່ອງ​ອຸ​ປະ​ກອນ​ລະ​ເບີດ​ບໍ່​ໄດ້​ແຕກ​ທັງ​ໝົດ. ຖ້າ​ລະ​ເບີດ​ໝົດ​ແລ້ວ​ກໍ່​ຈະ​ສ້າງ​ຜົນ​ຮ້າຍ​ທີ່​ໜັກ​ໜ່ວງກວ່າ, ຜູ່​ໂດຍ​ສານ​ໃນ​ຕູ້​ລົດ​ໄຟ​ໃຕ້​ດິນ​ອາດ​ຈະ​ເສຍ​ຊີ​ວິດ​ທັງ​ໝົດ.    ປີ 2005, ອັງ​ກິດ​ເຄີຍ​ເກີດ​​ເຫດ​ການລະ​ເບີດ​ແຕກ​ຢ່າງ​ລຽນ​ຕິດ, ຜູ້​ກໍ່​ການ​ຮ້າຍ​ໄດ້​ກໍ່ປະ​ຕິ​ບັດ​ການ​ລະ​ເບີດ​ແຕກ​ແບບ​ສະ​ຫຼະ​ຊີບ​ຢູ່​ລົດ​ໄຟ​ໃຕ້​ດິນ ແລະ ລົດ​ເມ​ຂອງ​ນະ​ຄອນ​ຫຼວງ​ລອນດອນ​ຕາມ​ລຳ​ດັບ, ເຮັດ​ໃຫ້ 52 ຄົນ​ເສຍ​ຊີ​ວິດ, 700 ກວ່າ​ຄົນ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ