ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ຈີນ​ເດີນ​ທາງ​ໄປຢ້ຽມ​ຢາມປາ​ນາ​ມາຄັ້ງ​ທຳ​ອິດໄດ້​ເຊັນ​​ສັນ​ຍາ​ການ​ຄ້າ​ທີ່​ມີ​ມູນ​ຄ່າ 38 ລ້ານ​ໂດ​ລາ
2017-09-17 17:39:54  cri 

ຕາມ​ຂ່າວCRI: ວັນ​ທີ 15 ກັນ​ຍາ​ນີ້, ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການ​ການ​ຄ້າ​ຈີນ-ປາ​ນາ​ມາ​ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ປາ​ນາ​ມາຊີ​ດີ, ວິ​ສາ​ຫະ​ກິດ​ຈີນ​ກັບ​ປາ​ນາ​ມາ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ 14 ​ສະ​ບັບ, ເຊິ່ງ​ມີ​ຜະ​ລິດ​ຕະ​ພັນ​ກ່ຽວ​ພັນ​ເຖິງອາ​ຫານທະ​ເລ,ໄມ້, ບໍ່​ແຮ່, ຜະ​ລິດ​ຕະ​ພັນກະ​ສິ​ກຳ​ແລະ​ອື່ນໆ, ມູນ​ຄ່າ​​ທັງ​ໝົດ​ມີ​ເຖິງ 38 ລ້ານກວ່າ​ໂດ​ລາ.

ຄະ​ນະ​ຜູ້​ແທນ​ຊຸກ​ຍູ້​ການ​ຄ້າ​ຈີນ​ປະ​ກອບ​ດ້ວຍ​ຜູ້​ແທນ 30 ກວ່າ​ທ່ານ​ທີ່​ມາ​ຈາກວິ​ສາ​ຫະ​ກິດ 18 ແຫ່ງ, ເຊິ່ງ​ໄດ້​ເດີນ​ທາງ​ໄປ​ຮອດ​ປາ​ນາ​ມາ​ໃນ​ວັນ​ທີ 13 ກັນ​ຍາ​ນີ້​ເລີ່ມ​ດຳ​ເນີນ​ການ​ຢ້ຽມ​ຢາມ​ແລະ​ສົນ​ທະ​ນາດ້ານ​ເສດ​ຖະ​ກິດ​ການ​ຄ້າ, ຄາດ​ຄະ​ເນ​ວ່າ​ຈະ​ສຳ​ເລັດ​ການ​ຢ້ຽມ​ຢາມ​ໃນ​ວັນ​ທີ 16 ກັນ​ຍາ​ນີ້.

ທ່ານ​ຈື່ລູ​ຊູນ, ຮອງ​ຫົວ​ໜ້າ​ກົມການ​ຄ້າ​ກັບ​ຕ່າງ​ປະ​ເທດຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ປາ​ນາ​ມາ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສຳ​ຄັນ​ຢູ່​ທະ​ວີບ​ອາ​ເມ​ລິ​ກາ​ກາງ​ຂອງ​ຈີນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຄ້າ​ສອງ​ຝ່າຍ​ໄດ້​ຮັກ​ສາ​ທ່ວງ​ທ່າ​ການ​ເຕີບ​ໂຕ​ທີ່​ໄວ​ສົມ​ຄວນ. ການ​ຢ້ຽມ​ຢາມ​ປາ​ນາ​ມາ​ຂອງ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ຈີນໃນ​ຄັ້ງ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ປານາ​ມາຄັ້ງ​ທຳ​ອິດ​ນັບ​ແຕ່​ຈີນ​ກັບ​ປາ​ນາ​ມາ​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ຜະ​ລິດ​ຕະ​ພັນ​ຂອງ​ຈີນ​​ສອດ​ຄ່ອງ​ກັບ​ຄວ​າມ​ຕ້ອງ​ການ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປາ​ນາ​ມາ, ເຄື່ອງ​ອຸ​ປະ​ກອບ​ເຕັນ​ໂນ​ໂລ​ຊີ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ກໍ່​ສ້າງ​ຂອງ​ປາ​ນາ​ມາ. ພ້ອມ​ກັນ​ນັ້ນ, ຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ໂພກ​ທີ່​ມີ​ລັກ​ສະ​ນະ​ຫຼາຍ​ສີ​ສັນ​ແລະ​ພະ​ລັງ​ງານ​ການ​ຜະ​ລິດ​ທີ່​ມີ​ທ່າ​ແຮງ​ຂອງ​ຈີນ, ຈະ​ສະ​ໜອງ​ຕະ​ຫຼາດ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຂອງ​ປາ​ນາ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ