WFP ຈະ​ສະ​ໜອງ​ອາ​ຫານ​ມູນ​ຄ່າ 5 ລ້ານ 7 ແສນ​ໂດ​ລາ​​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​​ກູ​ບາ​ທີ່​ປະ​ສົບ​ໄພລົມ​ພາ​ຍຸ​
2017-09-17 17:23:05  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 16 ກັນ​ຍາ​ນີ້, ທ່ານ​ເດ​ວິດ ບິ​ສ​ລີ, ຜູ້​​ບໍ​ລິ​ຫານ​ງານຂອງສຳ​ນັກງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຫຼື WFP ເປີດ​ເຜີຍ​ວ່າ, ຈະ​ສະ​ໜອງອາ​ຫານທີ່​ມີ​ມູນ​ຄ່າ 5 ລ້ານ 7 ແສນ​ໂດ​ລາ​​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​​ກູ​ບາ​ທີ່​ປະ​ສົບລົມ​ພາ​ຍຸ ເອຍ​ມາ.

​ມື້​ດຽວ​ກັນ, ທ່ານບິ​ສ​ລີ​ໄດ້​ລົງ​ຕິດ​ຕາມ​ສະ​ພາບ​ການ​ຢູ່​ເຂດຈາຍ​ມາ​ນີ​ທາ​​ທີ່ຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ລາ​ຮາ​ວານ. ທ່ານບິ​ສລີ​ກ່າວ​ວ່າ, ຄວາມ​ພະ​ຍາ​ຍາມ​ແລະ​ການ​ສຸມ​ກຳ​ລັງ​ເພື່ອ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຂອງ​ປະ​ຊາ​ຊົນ​​ກູ​ບາ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຄົນ​ທັງ​ຫຼາຍ. ທ່ານ​ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ຂອງ WFP​ ກັບ​ການ​ເຄື່ອນ​ໄຫວ​ກູ້​ໄພ​ຂອງ​ລັດ​ຖະ​ບານ​ກູ​ບາ​​ສະ​ໜັບ​ສະ​ໜູນ​ກັນ, ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສັບ​ໄພ​ມີ​ອາ​ຫານ​ການ​ກິນ​ທີ່​ປອດ​ໄພ​ແລະ​ໝັ້ນ​ທ່ຽງ.

ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ກັນ​ຍາ​ນີ້, ລົມ​ພາ​ຍຸ ເອຍ​ມາ ໄດ້​ໂຈມ​ຕີ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ກູ​ບາ, ພາ​ໃຫ້​ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີ​ວິດ, ຝົນ​ຕົກ​​ໜັກ​ເຮັດ​ໃຫ້​ເຮືອນຈຳ​ນວນ​ຫຼວງ​ຫຼາຍພັງ​ທະ​ລາຍ​ແລະ​ຖືກ​ຈົມ, ສິ່ງ​ກໍ່​ສ້າງ​ໄຟ​ຟ້າ​ແລະ​ການ​ທ່ອງ​ທ່ຽວ​ໄດ້​ປະ​ສົບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ, ປະ​ຊາ​ຊົນ​ຫຼາຍກວ່າ​ລ້ານ​ຄົນ​ຖືກ​ຍ້າຍ​ໄປ​ບ່ອນ​ອື່ນ. ປັດ​ຈຸ​ບັນ, ​ແຂວງ​​ສ່​ວນ​ຫຼາ​ຍຂອງ​ກູ​ບາ​ໄດ້​ເຂົ້າ​ໃນ​ໄລ​ຍະ​ຟື້ນ​ຟູ​ຄືນ​ໃໝ່​ຫຼັງ​ປະ​ສົບໄພ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ