ປະທາ​ນາ​ທິ​ບໍ​ດີ​ອີ​ຣານຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ເຄົາ​ລົບ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ
2017-09-17 17:25:41  cri 
ວັນ​ທີ 16 ກັນ​ຍາ​ນີ້, ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານຊິກຟ​ຣິດ ບ​ຣັກ ປະ​ທານ​ສະ​ພາ​ຜູ້​ແທນ​ລາ​ຊະ​ດອນແບ​ນ​ຊິກ​ຢູ່​ນະ​ຄອນ​ເດ​ເຮ​ລານ, ​ທ່ານຮາ​ຊັນ ຣູ​ຮາ​ນີ(Hassan rouhani), ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ວ່າ,  ​ ຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ຈົ່ງຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ເຄົາ​ລົບ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.

ໂທ​ລະ​ພາບ​ຂ່າວ​ ​ຂອງ​ຝ່າຍ​ທາງ​ການ​ອີ​ຣານ ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​ທ່ານ ຣູ​ຮາ​ນີ ມາ​ລາຍ​ງານ​ວ່າ: "ກ່ອນ​ອື່ນ, ພວກ​ຂ້າ​ພະ​ເຈົ້າຫວັງ​ວ່າ ສະ​ຫະ​ພາບ​ເອີ​ລົບ​ສາ​ມາດ​ປະ​ຕິ​ບັດ​ຕາມສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຢ່າງ​ແທ້​ຈິງ. ແລະ​ພວກ​​ຂ້າ​ພະ​ເຈົ້າ​ກໍ່​ຫວັງ​ວ່າ ສະ​ຫະ​ພາບ​ເອີ​ລົບ​ສາ​ມາດ​ສົ່ງ​ສັນ​ຍານ​ແຮງ​ກ້າ​ໃຫ້​ອາ​ເມ​ລິ​ກາ, ເພື່ອ​ສ້າງ​ແຮງ​ກົດ​​ດັນ​ອາ​ເມ​ລິ​ກາ, ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ ປະ​ຕິ​ບັດ​ຕາມສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ".

ທ່ານບ​ຣັກ​ກ່າວ​ວ່າ, ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ສະ​ຫະ​ພາບ​ເອີ​ລົບ​ແລະ​ອີ​ຣານ, ແບນ​ຊິກ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ປົກ​ປັກ​ຮັກ​ສາ​ສັນ​ຍາສະ​ບັບນີ້.

ເດືອນ​ກໍ​ລະ​ກົດ​ປີ 2015, ອີ​ຣານ​ກັບ 6 ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກັບບັນ​ຫາ​ນິວ​ເຄຼຍ​ອີ​ຣານ (ອາ​ເມ​ລິ​ກາ, ອັງ​ກິດ, ຝຣັ່ງ, ຣັດ​ເຊຍ, ຈີນ​ແລະ​ເຢຍ​ລະ​ມານ) ໄດ້​ເຊັນ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ. ຕາມ​ສັນ​ຍາ, ອີ​ຣານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຈຳ​ກັດ​ແຜນ​ການ​ນິວ​ເຄຼຍ​ຂອງ​ຕົນ, ປະ​ຊາ​ຄົມ​ໂລກ​ຈະ​ຍົກ​ເລີກ​ການຂວ້ຳ​ບາດຕໍ່ອີ​ຣານ, ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຮັບ​ຜິດ​ຊອບການ​ຕິດ​ຕາມກວດ​ກາ​ສະ​ພາບ​ປະ​ຕິ​ບັດ​ສັນ​ຍາ​ຂອງ​ອີ​ຣານ.

ນັບ​ແຕ່​ທ່ານໂດ​ນັນ ທຣຳ ​ດຳ​ລົງ​ຕຳ​ແໜ່ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ເດືອນ​ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​​ໄດ້ໃຊ້​ແຮງ​ກົດ​ດັນຕໍ່​ອີ​ຣານ​ຢ່າງ​ຕໍ່​ເນື່ອງ​ໂດຍ​ອ້າງວ່າ ​ອີ​ຣານພັດ​ທະ​ນາ​ລູກ​ສອນ​ໄຟ​ນຳ​ວິ​ຖີແລະວາງ​ມາດ​ຕະ​ການ​​ຂວ້ຳບາດ​ຫຼາຍ​ຢ່າງ​. ທ່ານ​ທຣຳຍັງ​ກ່າວ​ວ່າ ຈະ​ຖອນ​ອອກ​ຈາກ​ສັນ​ຍາ ຫຼື ຍຸບ​ສັນ​ຍາ, ​ແລ້ວ​ຈັດ​ການເຈ​ລະ​ຈາ​ຄືນ​ໃໝ່.
ອີ​ຣານ​ກ່າວ​ເນັ້ນ​ຫຼາຍ​ເທື່ອ​ວ່າ, ຈະ​ບໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ກ່ຽວ​ກັບ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ, ແລະຕິ​ຕຽນວ່າ​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ຝ່າ​ຝືນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ