ແຂວງ​ຢຸນ​ນານ​ແລະ​ແຂວງຫຼວງ​ນ້ຳ​ທາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກວດ​ພະ​ຍາດ​ຢູ່ດ່ານ​ຊາຍ​ແດນ
2017-09-18 11:14:17  cri 
 ພະ​ແນກກວດ​ກາ​ແລະ​ກັກ​ກັນ​ພະ​ຍາດ​​ແຂວງ​ຢຸນ​ນານ ສ​ປ ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 17 ກັນ​ຍາ​ນີ້​ວ່າ: ພະ​ແນກ​ຕົນ​ແລະ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງຫຼວງ​ນ້ຳ​ທາ ສ​ປປ ລາວ​ໄດ້​ເຊັນ​ບົດ​ບັນ​ທຶກວ່າ​ດ້ວຍ​ການ​ຮ່ວມ​ມື​ກັກ​ກັນ​ແລະ​ກວດ​ກາ​ສຸ​ຂະ​ພາບ​ຢູ່​ເຂດ​ຊາຍ​ແດນ​ໃນ​ເມືອງ​ຄຸນ​ມິງໂດຍ​ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຫຼາຍ​ດ້ານ​ເປັນ​ຕົ້ນ ສ້າງ​ຕັ້ງ​ກົນ​ໄກການ​ພົບ​ປະ​ເຮັດ​ວຽກ​ເປັນ​ປະ​ຈຳ, ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ສະ​ພາບ​ການ​ແຜ່​ລະ​ບາດພະ​ຍາດ​ໃຫ້​ກັນ​ຊາບ,ເພີ່ມ​ການ​ຮ່ວມ​ມື​ຕິດ​ຕາມກວດ​ກາ​ພະ​ຍາດ​ຕິດ​ຕໍ່​ຢູ່​ດ່ານ​ຊາຍ​ແດນ, ຮ່ວມ​ກັນ​ສຶກ​ສາ​ຄົ້ນ​ຄວ້າ​ວິ​ຊາ​ການ​ໃນ​ຫົວ​ຂໍ້​ສະ​ເພາະ, ຝຶກ​ອົບ​ຮົມແລະ​ຍົກ​ລະ​ດັບ​ວິ​ຊາ​ການ​ໃຫ້​ພະ​ນັກ​ງານ​ລາວ​ພ້ອມ​ສະ​ໜັບ​ສະ​ໜູນ​ເຕັກ​ນິກວິ​ຊາ​ການ​ໃຫ້​ແກ່ລາວ​ແລະ​ອື່ນໆ.

ທ່ານ​ທຽນ​ຈ້ວງ ຫົວ​ໜ້າ​ພະ​ແນກກວດ​ກາ​ແລະ​ກັກ​ກັນ​ພະ​ຍາດແຂວງ​ຢຸນ​ນານ​ຢືນ​ຢັນ​ວ່າ ການ​ເຊັນ​ບົດ​ບັນ​ທຶກ​ດັ່ງ​ກ່າວ​ຈະ​ມີ​ບົດ​ບາດ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກວດ​ກາ​ແລະ​ກັກ​ກັນ​ພະ​ຍາດ​ລະ​ຫວ່າງ​ສອງ​ຝ່າຍ, ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ຂ້າມ​ຊາຍ​ແດນ​ແລະ​ປົກ​ປັກ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ.

ການ​ທີ່​ສອງ​ແຂວງ​ດັ່ງ​ກ່າວ​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ເທື່ອ​ນີ້​ເປັນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ພະ​ແນກກວດ​ກາ​ແລະ​ກັກ​ກັນ​ພະ​ຍາດແຂວງ​ຢຸນ​ນານ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ວ່າ​ດ້ວຍ​ການ​ກັກ​ກັນ​ແລະ​ກວດ​ກາ​ສຸ​ຂະ​ພາບ​ຢູ່​ເຂດ​ຊາຍ​ແດນ​ຈີນ-ລາວ ແລະ​ເນື້ອ​ໃນ​​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ເມືອງ​ຊ່ານ​ຢ້າ ທັງ​ເປັນ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ກໍ່​ສ້າງ​ສູນ​ກາງ​ບໍ​ລິ​ການ​ແຂວງ​ຢຸນ​ນານ​ທີ່​ຫັນ​ໜ້າ​ສູ່​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ