ເກີດ​ເຫດ​ປະ​ທ້ວງ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ອາ​ເມ​ລິ​ກາ
2017-09-18 11:26:48  cri 
ສື່ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ໃນ​ວັນ​ທີ 17 ກັນ​ຍາ​ນີ້​ວ່າ: ເນື່ອງ​ຈາກມີ​ການ​ຕັດ​ສິນ​ວ່າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທີ່​ຍິງຄົນ​ເຊື້ອ​​ສາຍອາ​ຟ​ຣິກ​ກາ​​ບໍ່ຜິດ​ຈິ່ງ​ເຮັດ​ໃຫ້​ເກີ​ດ​ການ​ປະ​ທ້ວງ​ໂດຍ​ສະ​ເພາະຢູ່​ເມືອງ​ແຊນ​ລູ​ອິ​ສ ລັດ​ມີ​ຊູຣີສະ​ຫະ​ລັດ​ອາ​ເມ​ລິ​ກາ​ດ້ວຍ​ຄວາມ​ຮຸນ​ແຮງ ສົ່ງ​ຜົນ​ເຮັດ​ໃຫ້​ຮ້ານ​ຄ້າ​ບາງ​ແຫ່ງ​ຖືກ​ທຳ​ລາຍ ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ 9 ຄົນ​​ບາດ​ເຈັບ.

ຜູ້​ພິ​ພາກ​ສາ​ຂອງ​ສານ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ໄດ້​ຕັດ​ສິນ​ໃນ​ວັນ​ທີ 15 ກັນ​ຍາ​ນີ້​ວ່າ: ເນື່ອງ​ຈາກຫຼັກ​ຖານ​​ບໍ່​ພຽງ​ພໍ, ​ຈິ່ງ​ເຫັນວ່າ​ທ້າວ​ຈາ​ຊັນ ສະ​ຕອກ​ຄ​ລີ ​ອະ​ດີດເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ແຊນ​ລູ​ອິ​ສ​ທີ່​ຖືກ​ກ່າວ​ຫາ​ຍິງຊາວ​ໜຸ່ມ​ເຊື້ອ​ສາຍ​ອາ​ຟ​ຣິກ​ກາ​ເມື່ອ​ປີນັ້ນ​ບໍ່​ໄດ້​ກະ​ທຳ​ຜິດ​ກົດ​ໝາຍ.ທັງ​ນີ້​ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 20 ທັນ​ວາ 2011ໂດຍທ້າວ​ສະ​ຕອກ​ຄ​ລີ​ໄດ້​ຍິງທ້າວ​ແອນ​ໂຕ​ນີ ລາ​ມາ ສະ​ມິ​ສ ທີ່​ອາ​ຍຸ ​24 ປີ​ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​. ຫຼັງ​ການ​ຕັດ​ສິນ​ກໍ​ເກີດ​ການ​ປະ​ທ້ວງ​​ໂດຍ​ເລີ່ມ​ແຕ່​ວັນ​ທີ 15 ກັນ​ຍາ​ນີ້​ແລະ​ມາຮອດ​ຕອນ​ຄ່ຳ​ວັນ​ທີ 16 ເດືອນ​ດຽວ​ກັນ, ຜູ້​ປະ​ທ້ວງ​ຈຳ​ນວນ​ໜຶ່ງ​ໄດ້​​ໂຮມ​ກັນ​ຢູ່​ສູນ​ການ​ຄ້າ​ເຂດ​ຊານ​ເມືອງ​ແຊນ​ລູ​ອິ​ສ​ແລະ​ທຸບ​ຕູ້​ແກ້ວ​ວາງ​ສິນ​ຄ້າ​ຂອງ​ຮ້ານ​ຄ້າ​ແຕກ ທັງ​ປະ​ທະ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ດ້ວຍ​ການ​ດຶກກ້ອນ​ດິນ​ຈີ່​ແລະ​ກະ​ຕຸກ​ນ້ຳ​ໃສ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ, ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຕອບ​ໂຕ້ຄືນ​ດ້ວຍ​ການ​ໃຊ້​ແກັ​ສ​ນ້ຳ​ຕາ​ແລະ​ຍິງ​ລູ​ກ​ປືນ​ຢາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ