ກ່ານ​ຊູ້​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​​ພື້ນ​ເມືອງ​ເຜົ່າ​ກາ​ຊັກ
2017-09-18 14:58:49  cri 

ເມືອງ​ອາ​ເຄີ​ໄຊ ແຂວງ​ກ່ານ​​ຊູ້ ສ​ປ ຈີນ​ໄດ້​ຈັດ​ການ​ແຂ່ງ​ຂັນ​ກິ​ລ​າ​ພື້ນ​ເມືອງເຜົ່າ​ກາ​ຊັກ​ເປັນ​ຕົ້ນ ມວຍ​ປ້ຳ, "​ຍິງ​ໄລ່​​ຊາຍ", ຍາດ​ແກະ,ແຂ່ງ​ມ້າ​ແລະ​ອື່ນໆ. ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ໃຫ້​ຮູ້​ວ່າ: ເມືອງ​ຕົນ​ໄດ້​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ພື້ນ​ເມືອງເປັນ​ປະ​ຈຳ​ເພື່ອ​ສົ່ງ​ເສີມ​ກິ​ລາ​ພື້ນ​ເມືອງຂອງ​ເຜົ່າ​ກາ​ຊັກ​ແລະ​ເຮັດ​ໃຫ້​​ສັງ​ຄົມຮູ້​ເຖິງ​ມົນ​ສະ​ເໜ່​ຂອງວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ເຜົ່າ​ກາ​ຊັກ​ນັບ​ມື້ຫຼາຍ​ຂຶ້ນ. ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ກາ​ຊັກ​ອາ​ເຄີ​ໄຊ​ເປັນ​ເມືອງ​ປົກ​ຄອງ​ຕົນ​ເອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໂດຍ​ເອົາເຜົ່າ​ກາ​ຊັກ​ເປັນຫຼັກ​ພຽງ​​ໜຶ່ງດຽວ​ຂອງ​ແຂວງ​ກ່ານ​​ຊູ້ ທັງ​ເປັນ​ໜຶ່ງ​ໃນສາມ​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ກາ​ຊັກ​ຂອງ​ຈີນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ