ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ວີ​ຄອດ​ໂຄ​ອາ​ຊີ​ປາ​ຊີ​ຟິກ​ມຽນ​ມາ
2017-09-18 16:33:56  cri 

ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການ​ລົງ​ທຶນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ເວີ​ຄອດ​ໂຄ​ອາ​ຊີ​ປາ​ຊີ​ຟິກ​ມຽນ​ມາ​ທີ່​ສ​ະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ເຊື້ອ​ສາຍ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ຢາງ​ກຸ້ງໃນ​ວັນ​ທີ 16 ກັ​ນ​ຍາ​ນີ້.

​ກຸ່ມ​ບໍ​ລິ​ສັດ​ອາ​ຊີ​ປາ​ຊີ​ຟິກ​ສາ​ກົນ​ຈຳ​ກັດ ​ເຊິ່ງ​ເປັນ​ບໍ​ລິ​ສັດ​ຄົນ​ເຊື້ອ​ສາຍ​ຈີນ​ ເປັນ​ຜູ້​ລົງ​ທຶນ​ກໍ່​ສ້າງ​ນັ້ນ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ບາງກອກ​ແລະ​ໂຄງ​ການ​ນີ້ ​ຕັ້ງ​ຢູ່​ລັດ​ກະ​ລຽນ ພາກ​ໃຕ້​ມຽນ​ມາ ​ໂດຍ​ມີ​ແມ່​ນ້ຳ​ຂອງ​ເປັນ​ຊາຍ​ແດນ​ທຳ​ມະ​ຊາດ​ຂັ້ນ​ໄທແລະໃກ້​ກັບ​ດ່ານ​ທາງ​ບົກ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໄທ ແລະ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ເມຍ​ວາ​ດີ ດ່ານ​ຊາຍ​ແດນ​ໃຫຍ່​ທີ​ສອງ​ຂອງ​ມຽນ​ມາ ແລະ​ເປັນ​ຈຸດ​​ເຊື່ອມທາງ​ລົດ​ໄຟ​ອາ​ຊີ​ລະ​ຫວ່າງ​ໄທ​ກັບ​ມຽນ​ມາ ທັງ​ຖື​ວ່າ​ເປັນ​ແລວ​ທາງ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ວີ​ຄອດ​ໂຄ​ອາ​ຊີ​ປາ​ຊີ​ຟິກ​ເປັນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່ໄດ້​ຮັບສິດ​ພິ​ເສດ​ຕາມ​ກົດ​ໝາຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອົງ​ການ​ປົກ​ຄອງ​ລັດ​ກະ​ລຽນ​ປະ​ເທດ​ມຽນ​ມາ. ຂະ​ນະ​ທີ່​ຂໍ້​ກຳ​ນົດ​ຊົ່ວ​ຄາວ​ວ່າ​ດ້ວຍ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ພິ​ເສດ​ສະ​ວີ​ຄອດ​ໂຄ​ກຸ່ມ​ບໍ​ລິ​ສັດ​ອາ​ຊີ​ປາ​ຊີ​ຟິກ​ມຽນ​ມາ​ຈຳ​ກັດ​ທີ່​ໄດ້​ຮັບອະ​ນຸ​ມັດ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ອົງ​ການ​ປົກ​ຄອງ​ລັດ​ກະ​ລຽນ​ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 18 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ