ນັກວິທະຍາສາດ​ຈີນ​ແລະ​ມຽນມາ​ພົບ​ພືດ​ພັນ​ໃໝ່ 2 ປະ​ເພດ​ຢູ່​ພາກ​ເໜືອ​ມຽນມາ
2017-09-18 16:27:32  cri 

​ແຫຼ່ງຂ່າວ​ຈາກ​ສູນ​ຄົ້ນຄວ້າ​ຊີວະ​ນານາ​ພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ສະຖາ​ບັນ​ວິທະຍາສາດ​​ແຫ່ງ​ຊາດຈີນ ​ໃຫ້​ຮູ້​ໃນ​ວັນ​ທີ 17 ກັນຍາ​ນີ້​ວ່າ: ຫຼັງນັກຄົ້ນຄວ້າ​ວິທະຍາສາດ​ໃນ​ໜ່ວຍ​ຄົ້ນຄວ້າ​ແລະ​ອະນຸລັກ​ຊີວະ​ນານາ​ພັນ​ຂອງ​ສູນຕົນ ​ໄດ້​ຮ່ວມ​ມື​ກັບ​ນັກຄົ້ນຄວ້າວິທະຍາສາດມຽນມາ ​ກໍ​ສາມາດ​ຄົ້ນພົບດອກ garden balsam ພັນ​ໃໝ່ສອງປ​ະ​ເພດ ​ໂດຍ​ຕັ້ງຊື່ວ່າ garden balsam ຫາງ​ນົກ​​ແອ່ນ ​ແລະ garden balsam ລະ​ແຊັງ.

​ເພື່ອລະນຶກ​ເຖິງການ​ສະໜັບສະໜູນ​ຢ່າງ​ໃຫຍ່ຫຼວງຈາກ​ສູນ​ຄົ້ນຄວ້າ​ຊີວະ​ນານາ​ພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຕໍ່​ການຄົ້ນຄວ້າ​ຊີວະ​ນານາ​ພັນ​ພາກ​ເໜືອ​ມຽນມາ ຈຶ່ງ​ໄດ້​​ເອົາ​ຊື່​ຫຍໍ້ພາສາ​ອັງກິດ​ຂອງ​ສູນ​ດັ່ງກ່າວ​ເປັນ​ຊື່​ດອກ​ໄມ້​ໜຶ່ງ​ໃນ​ສອງ​ປະ​ເພດດັ່ງກ່າວ. ພ້ອມ​ກັນນັ້ນ, ​ເນື່ອງ​ຈາກ​ຮູບ​ດອກ​ໄມ້​ຄ້າຍຄື​​ຫາງ​ນົກ​ແອ່ນ ຈຶ່ງ​ໄດ້​ຕັ້ງຊື່​​ເປັນພາສາ​ຈີນ​​ເປັນ ​ດອກເຟິ້ງຊ່ຽນຫາງ​ນົກ​​ແອ່ນ; ອີກ​ປະ​ເພດ​ໜຶ່ງ​ໄດ້​ຕັ້ງຊື່​ຕາມ​ເຂດ​ສຳຫຼວດວິທະຍາສາດ​ພາກ​ເໜືອ​ມຽນມາ, ຂະນະ​ທີ່​ຊື່​ພາສາ​ຈີນ​ແມ່ນ ດອກ​ເຟິ້ງຊ່ຽນລະ​ແຊັງ.

ການ​ປະກາດພືດຕະກຸນ​ດຽວ​ສອງ​ປະ​ເພດ​ດັ່ງກ່າວຢ່າງ​ເປັນ​ທາງ​ການ ​​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາ​ອັນ​ດີງາມ​ຂອງ​ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ຈີນ​ແລະ​ມຽນມາ​ທີ່​ຫວັງ​ຈະ​ໄດ້​ຮັບ​ຜົນ​ພວງ​ຕ່າງໆ​ໃນ​ການຄົ້ນຄວ້າ​ຊີວະ​ນານາ​ພັນ​ຢູ່​ພາກ​ເໜືອ​ມຽນມາ ພາຍ​ໃຕ້​ການ​ຊ່ວຍ​ເຫຼືອຈາກ​ສູນ​ຄົ້ນຄວ້າ​ຊີວະ​ນານາ​ພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ສະຖາ​ບັນ​ວິທະຍາສາດ​ແຫ່ງ​ຊາດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ