ຍານ​ອະ​ວະ​ກາດ "ທ່ຽນ​ໂຈ່ວ​ 1" ແລະ "ທ່ຽນ​ກົ່ງ 2" ແຍກ​ອອກຈາກ​ກັນ​ແລ້ວ
2017-09-18 16:54:08  cri 
ເວ​ລາ 16 ໂມງ 15 ນາ​ທີ​ຂອງ​ວັນ​ທີ 17 ກັນ​ຍາ​ນີ້, ​ຫຼັງ​ໃຊ້​ເລ​ລາ​ບິນ​​ໃນອະ​ວະ​ກາດ​ປະ​ມານ 5 ເດືອນ, ​ຍານ​ວະ​ຍະ​ກາດ​ຂົນ​ສົ່ງ "ທ່ຽນ​ໂຈ່ວ 1" ກໍ​ບັນ​ລຸ​ການ​ແຍກ​ອອກ​ຈາກ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ "ທ່ຽນ​ກົ່ງ​ 2" ຕາມ​ແຜນ​ແລະສືບ​ຕໍ່​​ປະ​ຕິ​ບັດ​ວຽກ​ງານ​ແລະ​ທົດ​ລອງຕ່າງໆ​ຕື່ມ​ອີກ.

ຕາມ​ແຜນ​ການ​ແລ້ວ, ຍານ​ອະ​ວະ​ກາດ "ທ່ຽນ​ໂຈ່ວ 1" ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ທົດ​ລອງ​ຫຼາຍ​ຢ່າງ, ເພື່ອ​ຍົກ​​ປະ​ສິດ​ທິ​ຜົນ​ການ​ປະ​ຍຸກ​ລວມ​ຂອງ​ຕົນໃຫ້​ສູງ​ຂຶ້ນ, ຂະ​ນະ​ດຽວ​ກັນ​ກໍ​ສະ​ສົມ​ບົດ​ຮຽນ​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ສ້າງແລະຄວບ​ຄຸມ​ສະ​ຖາ​ນີ​ອະ​ວະ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ