ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ເຕືອນ​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ
2017-09-18 16:57:13  cri 
ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ​ເຊັກ​ຟ​ຣິດ ບ​ຣັກ ປະ​ທານ​ສະ​ພາ​ຕ່ຳບ​ຣຸດ​ແຊນ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​​ຣານ​ປະ​ເທດ​ອີ​​ຣານ​ໃນ​ວັນ​ທີ 16 ກັນ​ຍາ​ນີ້, ທ່ານ​ຮາຊັນ ລູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​​ຣານ​ກ່າວວ່າ, ຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ເຕືອນ​ອາ​ເມ​ລິ​ກາ​​ຈົ່ງປະ​ຕິ​ບັດ​ຕາມ​ສັນ​ຍາ​​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີຣານ​ຢ່າງ​ຮອບ​ດ້ານ.

ສະ​ຖາ​ນີ​ໂທ​ລະ​ພາບ​ທາງ​ລັດ​ຖະ​ການ​ຂອງ​ອີ​ຣານ​ໄດ້​​ລາຍ​ງານ​ອີງ​ຕາມ​ການ​ເປີດ​ເຜີຍຂອງ​ທ່ານ​ລູ​ຮາ​ນີ​ວ່າ: "ກ່ອນ​ອື່ນ, ພວກ​ເຮົາ​ຫວັງ​ວ່າ​ສະ​ຫະ​ພາບ​ເອີ​ລົບ​ສາ​ມາດ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຢ່າງ​ຮອບ​ດ້ານ​, ຈາກ​ນັ້ນ, ພວກ​ເຮົາ​ຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ລົບ ​ສົ່ງ​ສັນ​ຍານ​ຮັດ​ໜີບ​ອາ​ເມ​ລິ​ກາ​ຢ່າງ​​ແຂງ​ແຮງ, ​ເພື່ອເຕືອນ​ໃຫ້​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າວ." ທ່ານບ​ຣັກ​ກ່າວ​ວ່າ, ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີຣານ​ຢ່າງ​ຮອບ​ດ້ານ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ສະ​ຫະ​ພາບ​ເອີ​ລົບ​ແລະ​ອີ​​ຣານ, ເຊິ່ງປະ​ເທດ​ຕົນ​ຈະ​ອອກ​ແຮງ​​ຊຸກ​ຍູ້​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ສະ​ບັບ​ນີ້ຢ່າງ​ສຸດ​ຂີດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ