ກຽມ​ປະ​ດັບ​ປະ​ດາສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເໝີນ​ແລະ​ຖະ​ໜົນ​ຊາງ​ອ່ານ
2017-09-18 17:00:51  cri 

ໃນ​​ໂອ​ກາດ​ວັນ​ຊາດ​ຈີນ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້, ອົງ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ເປີດ​ເຜີຍ​ແຜນປະ​ດັບ​ປະ​ດາສະ​ໜາມ​ຫຼວງທ່ຽນ​ອ່ານ​ເໝີນ​ແລະ​ຖະ​ໜົນ​ຊາງ​ອ່ານ, ​ໂດຍ​ການ​ຈັດ​ດອກ​ໄມ້​ນາ​ໆ​ພັນ​ສ້າງ​ຄວາມ​ສວຍ​ງາມ​ໃຫ້​ສະ​ຖານ​ທີ່​ດັ່ງ​ກ່າວ​ແລະ​ຄາດ​ວ່າ​ການ​ປະ​ດັບ​ປະ​ດາ​ຈະ​ສຳ​ເລັດ​ໃນ​ອາ​ທິດ​ໜ້າ​ແລະ​ຈະ​ປະ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຊົມ​ຈົນ​ເຖິງ​ທ້າຍ​ເດືອນ​ຕຸ​ລາ. ຂະ​ນະ​ທີ່​ອົງ​ການ​ປ່າ​ໄມ້​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເປີດ​ເຜີຍ​ວ່າ, ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເໝີນ​ຈະ​ຕັ້ງ​ກະ​ດ່າ​ດອກ​ໄມ້​ດ້ວຍ​ການ​ຂຽນ​ຄຳ​ຂວັນ "ອວຍ​ພອນ​ປະ​ເທດ​ຊາດ" ຂະ​ໜາດ​ໃຫຍ່, ແລະ​ມີ​ຄວາມ​ສູງ 17 ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ