ລັດ​ຖະ​ບານ​ຍີ່​ປຸ່ນ​ຕ້ອງພິ​ຈາ​ລະ​ນາ​ຄືນ​ປະ​ຫວັດ​ການ​ຮຸກ​ຮານ​ໃນ​ໂອ​ກາດ​ວັນ​ລະ​ນຶກ​ເຫດ​ການ "18 ກັນ​ຍາ"
2017-09-19 10:20:04  cri 
ຄະ​ນະ​ຈັດ​ຈັ້ງ​ຊາວ​ເມື​ອງ​ຍີ່​ປຸ່ນ​ໄດ້ໂຮມ​ຊຸມ​ນຸມ​​ຄັດ​ຄ້ານ​ສົງ​ຄາມ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ໃນ​ວັນ​ທີ 18 ກັນ​ຍາ​ນີ້ເນື່ອງ​ໃນ​ໂອ​ກາດ​ລະ​ນຶກວັນ​ເກີດ​ເຫດ​ການ "18 ກັນ​ຍາ"​ຄົບ​ຮອບ 86 ປີໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຕົນ​ຮັບ​ຜິດ​ຊອບ​ຕໍ່​ການຮຸກ​ຮານ​ທຳ​ຮ້າຍ​​ປະ​ເທດ​ອື່ນ​ໃນ​ປະ​ຫວັດ​ສາດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດໂສກ​ນາດ​ຕະ​ກຳ​ສົງ​ຄາມ​ຂຶ້ນ​ອີກ.

ວັນ​ດຽວ​ກັນ, ຊາວ​ເມືອງຫຼາຍ​ສິບ​ຄົນ​ໄດ້​ເດີນ​ທາງ​ໄປໂຮມ​ຊຸມ​ນຸມ​ຢູ່​ປະ​ຕູ​ໃຫຍ່​​ສຳ​ນັກ​ງານ​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ ແລະ​ທ່ານ​ເຊ​ອິ​ຈິ ອູ​ເອ​ມາ​ຊູ ​ສະ​ມາ​ຊິກ​ອົງ​ການ​ເວ​ທີ​ປຶກ​ສາ​ຫາ​ລື​ຊາວ​ເມືອງ​ລະ​ນຶກ​ສົງ​ຄາມ​ຍີ່​ປຸ່ນ​ຈີນ 80 ປີ ເຊິ່ງ​ເປັນຜູ້​ຈັດ​ກິດ​ຈະ​ກຳ​ໂຮມ​ຊຸມ​ນຸມ​ຢືນ​ຢັນ​ວ່າສິ່ງ​ທີ່​ຄົນ​ຍີ່​ປຸ່ນ​ຈື່​ໄດ້​ນັ້ນ​ລ້ວນ​ແຕ່​ແມ່ນ​ວັນ​ແລະເວ​ລາສູ້​ຮົບ​ກັບ​ກອງ​ທັບ​ອາ​ເມ​ລິ​ກາ​ເປັນ​ຕົ້ນ  ເຫດ​ການ​ລະ​ເບີດ​ປະ​ລະ​ມາ​ນູ​ຢູ່​ເມືອງ​ຮິ​​ໂຣ​ຊິມາ​ເມື່ອ​ວັນ​ທີ 6 ສິງ​ຫາ, ເຫດ​ການ​ລະ​ເບີດ​ປະ​ລະ​ມາ​ນູ​ຢູ່​ເມືອງ​ນາ​ກາ​ຊາ​​ກິ​ເມື່ອ​ວັນ​ທີ 9 ສິງ​ຫາ​ແລະ​ອື່ນໆ. ສ່ວນເຫດ​ການ​ຂົວ​ມາ​ໂຄ​ໂປ​ໂລ 7 ກໍ​ລະ​ກົດ, ເຫດ​ການ 18 ກັນ​ຍາ​ແລະ​ອື່ນໆ, ຄົນ​ຍີ່​ປຸ່ນ​ພັດ​ບໍ່ຈື່​ຈຳທັງໄດ້ຫຼົງ​ລືມ​ດ້ວຍ​ຊ້ຳ​ວ່າ​ຍີ່​ປຸ່ນ​ໄດ້​ທຳ​ຮຸກ​ຮານ​ຄື​ແນວ​ໃດ, ໄດ້​ສ້າງ​ຜົນ​ຮ້າຍ​ຕໍ່​ຜູ້​ອື່ນ​ແນວ​ໃດ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ສາ​ມາດ​ໃຫ້ອະ​ໄພ​ໄດ້.

ວັນ​ທີ 18 ກັນ​ຍາ 1931, ຍີ່​ປຸ່ນ​ຕັ້ງ​ໃຈ​​ຜະ​ລິດ​ຂໍ້​ອ້າງ​ກໍ່​ສົງ​ຄາມ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ສົງ​ຄາມ​ຈັກ​ກະ​ພັດ​ຍີ່​ປຸ່ນ​ຮຸກ​ຮານ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ