ສຳ​ມະ​ນາ​ໂອ​ກາດ​​ຮ່ວມ​ມືການ​ຄ້າ​ຈີນ-ຫວຽດ​ນາມ​ຢູ່​ປັກ​ກິ່ງ
2017-09-19 14:42:57  cri 

ການ​ສຳ​ມະ​ນາ​ໂອ​ກາດ​ຮ່ວມ​ມື​ການ​ຄ້າ​ຈີນ-ຫວຽດ​ນາມ​​ໂດຍສະ​ພາ​ການ​ຄ້າ​ຈີນ-ອາ​ຊຽນ​ເປັນ​ເຈົ້າ​ພາບ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 18 ກັນ​ຍາ​ນີ້ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ,ຫົວ​ໜ້າ​ສະ​ມາ​ຄົມ​ຂະ​ແໜງ​ການ​ຕ່າງໆ​ຈາກ​ຈີນ​ແລະ​ຫວຽດ​ນາມ​ໄດ້​ຫາ​ລື​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ທຸ​ລະ​ກິດ​ການ​ຄ້າ,ອຸດ​ສາ​ຫະ​ກຳ,ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ.

ທ່ານ​ສູ​ນິງນິງ ປະ​ທານ​ບໍ​ລິ​ຫານ​ງານ​ສະ​ພາ​ການ​ຄ້າ​ຈີນ-ອາ​ຊຽນ​,​ປະ​ທານກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ກ່າວ​ຢືນ​ຢັນ​ວ່າ ຈີນ​ເປັນ​ຄູ່​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ຂະ​ນະ​ທີ່​ຫວຽດ​ນາມ​ເປັນ​ຄູ່​ ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີ​ນ​ໃນ​ອາ​ຊຽນ ເຊິ່ງ​ເຫັນ​ໄດ້​ຈາກ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ2017, ບໍ​ລິ​ສັດ​ຈີນ​ໄດ້ລົງ​ທຶນ​ຢູ່​ຫວຽດ​ນາມ​ເຖິງ 176 ໂຄງ​ການ​​ແລະ​ມີຍອດ​ມູນ​ຄ່າ​ການ​ລົງ​ທຶນ​ເຖິງ 1 ຕື້ 270 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເພີ່ມ​ຂຶ້ນກວ່າ 3 ເທົ່າເມື່ອ​ທຽບ​ໃສ່ 6 ເດືອນ​ຕົ້ນ​ປີ​ຜ່ານ​ມາ. ​ຈາກການ​ພົວ​ພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ສອງ​ຝ່າຍ​ຈິ່ງ​ຊ່ວຍ​ຊູ​ຍູ້​ໜູ​ກັນ​ທາງດ້ານ​ເສດ​ຖະ​ກິດ​ການ​ຄ້າ ແລະ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​​ທີ່ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ.

ທ່ານ​ບຸຍ​ຮຸຍ​​ເຮືອງ ທີ່​ປຶກ​ສາ​ທູດ​ເສດ​ຖະ​ກິດ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຈີນ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ​ຈະ​ພະ​ຍາ​ຍາມ​​ສ້າງສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ບໍ​ລິ​ສັດ​ຈີນໃຫ້​ດີກວ່າ​ເກົ່າ​ທັງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການຫຼຸ​ດ​ຂັ້ນ​ຕອນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ກະ​ທັດ​ຮັດ​ແລະ​ອື່ນໆ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ