ໄຂການ​ອະພິປາຍ​ທົ່ວ​ໄປ​ຂອງ​ກອງ​ປ​ະຊຸມ​ໃຫຍ່​ ສປຊ ຊຸດ​ທີ 72
2017-09-19 11:07:54  cri 

ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ທີ 72 ​ໄດ້​ເລີ່​ມ​ເປີດການ​ອະພິປາຍ​ທົ່ວ​​ໄປນັບ​ແຕ່​ວັນ​ທີ 19 ກັນຍາ​ນີ້​ເປັນຕົ້ນ​ໄປ ​ໂດຍ​ຜູ້ນຳ​ ຫຼື ຜູ້​ແທນ​ຂັ້ນສູງ​ຂອງປະ​ເທດ​ຕ່າງໆຈະ​ຮ່ວມກັນ​ຫາລື​ມາດ​ຕະການ​​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ໜັກໜ່ວງ.

ທັງ​ນີ້ ບັນຫາ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ຈະ​ເປັນ​ໜຶ່ງ​ໃນ​ບັນຫາ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ໃນ​ກອງ​ປະຊຸມ​ດັ່ງກ່າວ ລວມ​ທັງສະຖານະ​ການ​ຢູ່​ມຽນມາ ​ແລະ ຈຸດ​ທີ່ໜ້າ​ສົນ​ໃຈອີກ​ຈຸດ​ໜຶ່ງ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ກໍ​ຄື ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ. ນອກຈາກ​ຫົວ​ຂໍ້​ດັ່ງກ່າວ​ແລ້ວ, ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຍັງ​ຈະ​ສະ​ເໜີ​ທັດສະນະ​ຂອງ​ຕົນ​ກ່ຽວ​ກັບ​ການ​ປະຕິ​ຮູບ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ​ແລະ​ບັນຫາ​ສຳຄັນ​ອື່ນໆ​ອີກ.

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ ກໍ​ຈະ​ນຳ​ຄະນະ​ຜູ້​ແທນ​ປະ​ເທດ​ຕົນ​ເຂົ້າຮ່ວມ​ກອງ​ປະຊຸມ​ອະພິປາຍ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເທື່ອ​ນີ້ ​ໂດຍ​ຈະສະ​ເໜີຫຼັກໝັ້ນ ​ແລະ ​ເຈຕະນາ​ລົມຂອງ​ຈີນ​ຕໍ່​ສະຖານະ​ການ​ສາກົນ​ໃນ​ປັດຈຸບັນ ​ແລະ ບັນຫາ​ສຳຄັນ​ສາກົນ​ກໍ​ຄື​ພາກ​ພື້ນ​ຢ່າງຮອບດ້ານ ທັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ອັນ​​ເດັດດ່ຽວ​ຂອງ​ຈີນ​​ໃນ​ການ​ພ້ອມກັບ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ໂລກ ກໍ​ຄື​ການຊຸກຍູ້​ການ​ພັດທະນາ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ