ປະ​ທານ​ປະ​ເທດ​ຈີນ​​ລົມໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ
2017-09-19 16:15:19  cri 
ຕາມ​ຂ່າວ CRI: ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ໂດ​ນັນ ທ​ຣຳ ປະ​ທ​າ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ລົມ​​ໂທ​ລະ​ສັບນຳ​ກັນ​ໃນ​ວັນ​ທີ 18 ກັນ​ຍາ​ນີ້.

ທ່ານ​ທ​ຣຳ​ ກ່າວ​ວ່າ, ປະ​ມຸກ​ລັດ​ສອງ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ຈີນ​ຍັງ​ສືບ​ຕໍ່​ຮັກສາ​ການ​​ຕິດ​ຕໍ່ພົວ​ພັນ​ຢ່າງ​ໃກ້​ຊິດ​ແລະ​​ພໍ​ໃຈ​ຕໍ່ກາ​ນ​ພົວ​ພັນ​​ວຽກ​ງານຮ່ວມ​ກັນ. ປີ​ນີ້​ປະ​ເທດ​ຕົນ​ແລະ​ຈີນ​ລ້ວນ​ແຕ່​ມີ​​ວຽກ​ງານພາຍ​ໃນ​ທີ່ສຳ​ຄັນ, ​ເຊິ່ງຫວັງ​ວ່າ​ວຽກ​ງານ​ເຫຼົ່າ​ນີ້​ສາ​ມາດ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ. ​ຂະ​ນະ​ດຽວ​ກັນ​ກໍຄ່ອງ​ຄອຍ​ການ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ທາງ​ລັດ​ຖະ​ກິດ, ​ແລະ​ກໍເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​​ຕົວ​ຢ່າງ​ແຂງ​ແຮງ.

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ດີ​ໃຈ​ທີ່​​ຮັກ​ສາ​ການ​ແລກ​ປ່ຽນ​ເປັນ​ປົກ​ກະ​ຕິ​ກັບ​ທ່ານ​ທ​ຣຳ​ກ່ຽວ​ກັບ​ບັນ​ຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ທັງ​ເອົາ​ໃຈ​ໃສ່ສູງ​ຕໍ່​ການ​ຢ້ຽມ​ຢາມຈີນ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ໃນ​ປີ​ນີ້, ສອງ​ຝ່າຍ​ຄວນ​ຮ່ວມ​ມື​ຢ່າງ​ໃກ້​ຊິດ, ຮັບ​ປະ​ກັນ​ໃຫ້​ການ​ຢ້ຽມ​ຢາມ​ເທື່ອ​ນີ້​​ປະ​ສົບຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ແລະ​ເພີ່ມ​​ທ່າແຮງ​ໃໝ່​ໃຫ້​ແກ່​ການ​​ເສີມຂະ​ຫຍາຍ​​ສາຍ​ພົວ​ພັ​ນ​ລະ​ຫວ່າງ​ສອງ​ປະ​ເທດ.
ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ໃນ​ປັດ​ຈຸ​ບັນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ