ນາຍ​ແລະ​ພົນ​ທະ​ຫານ​ແຫ່ງ​ຕ່າງໆ​​ລະ​ນຶກ​ເຫດ​ການປະ​ຫວັດ​ສາດ "18 ກັນ​ຍາ"
2017-09-19 16:37:06  cri 

ໃນ​ໂອ​ກາດ​ລະ​ນຶກວັນ​ເກີດ​ເຫດ​ການ​ປະ​ຫວັດ​ສາດ "18 ກັນ​ຍາ" ຄົບ​ຮອບ 86 ປີ​ໃນ​ວັນ​ທີ 18 ກັນ​ຍາ​ນີ້, ນາຍ​ແລະ​ພົນ​ທະ​ຫານ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ລະ​ນຶກ​ແລະ​ບໍ່​ຫຼົງ​ລືມ​ປະ​ຫວັດ​ສາດ, ເພື່ອ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຊາດ, ແລະ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ​ປະ​ກອບ​ສ່ວນ​ທາງ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງ​ຊາ​ເພື່ອ​ປະ​ເທດ​ຊາດ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ວັນ​ທີ 18 ກັນຍາ 1931, ກອງທັບ​ຍີ່ປຸ່ນ​ໄດ້​ເຂົ້າ​ຮຸກ​ຮານ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ໂດຍ​ໄດ້​​ທຳລາຍ​ທາງ​ລົດ​ໄຟເມັນ​ຈູ​ໃຕ້​ແຄມ​ໜອງ​ລິວ​ຖຽວ​ເມືອງ​ເສິນ​ຢາງ, ​ກາຍ​ເປັນ​ເຫດການ "18 ກັນຍາ" ທີ່​ສະ​ເທືອ​ນຂວັນ​ປະຊາຊົນ​ຈີນ​ແລະ​ຊາວ​ໂລກ, ​​​ແລະ​ຖືເປັນ​ການ​ເລີ່​ມ​ຕົ້ນ​ຂອງ​ສົງ​ຄາມ​ຮຸກ​ຮານ​ຈີນ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ​​.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ