ໃນເດືອນ​ກໍລະກົດ​ຈີນ​​ເພີ່ມການ​ຖື​ຄອງ​ພັນທະ​ມັດອາ​ເມ​ລິ​ກາຕື່ມ​ອີກ
2017-09-19 16:36:18  cri 

ຂ່າວສານ​ຊິນ​ຮວາລາຍ​ງານ​ວ່າ: ວັນ​ທີ 18 ກັນຍາ​ນີ້, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ: ​ໃນ​ເດືອນ​ກໍ​ລະກົດ​ປີ​ນີ້, ຈີນສືບ​ຕໍ່​ເພີ່ມການ​ຖື​ຄອງ​ພັນ​ທະ​ມັດອາ​ເມ​ລິ​ກາຕື່ມ​ອີກ ​ແລະ ກາຍ​ເປັນ​ປະ​ເທດ​ເປັນ​ເຈົ້າ​ໜີ້​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ.

​ທັງ​ນີ້ໃນ​ເດືອນ​ດັ່ງກ່າວ, ຈີ​ນ​ໄດ້​ຖື​ຄອງ​ພັນທະ​ມັດອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ​ອີກ​ເປັນ​ 19,5 ຕື້​ໂດ​ລາ​ສະຫະລັດ ​ແລະ ຖື​ວ່າ​ເປັນ​ເດືອນ​ທີ​ຫົກຕິດຕໍ່​ກັນ​ ​ແລ້ວ​ສົ່ງ​ຜົນ​ໃຫ້​ຈີນ​ມີ​ຍອດໜີ້​ສິນ​ທັງ​ໝົດ​ເຖິງ 1166 ຕື້​ໂດ​ລາ​ສະຫະລັດ. ​ຂະນະ​ທີ່​ເດືອນ​ມິຖຸນາ​ນີ້, ຈີນ​ແຊງ​ຍີ່​ປຸ່ນກາຍ​ເປັນ​ປະ​ເທດ​ເປັນ​ເຈົ້າ​ໜີ້​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ.

​ໂດຍ​ລວມ​ແລ້ວຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ, ປະ​ເທດ​ເຈົ້າ​ໜີ້​ອາ​ເມ​ລິ​ກາ​ມີ​ຍອດ​ໜີ້​ສິນ​ລວມ 6250,3 ຕື້​ໂດ​ລາ​ສະຫະລັດ ລື່ນ​ເດືອນ​ມິຖຸນາ​ທີ່​ມີ​ພຽງ​ແຕ່ 6171,6 ຕື້​​ໂດລາ​ສະຫະລັດ​​ເທົ່າ​ນັ້ນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ