ອິນ​ໂດ​ເນ​ເຊຍອາດ​ຈະ​ກາຍ​ເປັນ​ປະ​ເທດ​ສະ​ໜອງ​ໄຟ​ຟ້າ​ຄວາມ​ຮ້ອນ​ໃ​​ຕ້​ດິນ​ອັນ​ດັບ​ສອງ​ຂອງ​ໂລກ
2017-09-20 10:10:09  cri 
ກະ​ຊວງ​ພະ​ລັງ​ງານ​ແລະ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ບົດ​ລາຍ​ງານ​ເມື່ອ​ມໍ່​ໆ​ນີ້​ໂດຍ​ຄາດ​ວ່າ ຮອດ​ປີ 2021, ​ປະ​ເທດ​ຕົນ​ອາດ​ຈະ​ກາຍ​ເປັນ​ປະ​ເທດ​ສະ​ໜອງ​ໄຟ​ຟ້າ​ຄວາມ​ຮ້ອນ​ໃຕ້​ດິນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ.

​ທ່ານ ດາ​ດານ ຄູ​ສ​ເດຍ​ນາ ໂຄ​ສົ​ກ​ກະ​ຊວງ​ພະ​ລັງ​ງານ​ແລະ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ອິນ​ໂດ​ເນ​ເຊຍກ​ຢືນ​ຢັນ​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແໜງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຄວາມ​ຮ້ອນ​ໃຕ້​ດິນ​ຂອງ​​ປະ​ເທດ​ຕົນໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໂດຍ​ການ​ເພີ່ມການ​ຕິດ​ຕັ້ງ​ຈັກ​ຜະ​ລິດ​ໄຟ​ຟ້າດັ່ງ​ກ່າວ​ເພີ່ມ​ຂຶ້ນ​ທຸກ​ປີ. ປັດ​ຈຸ​ບັນ, ​ປະ​ເທດ​ຕົນ​​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຄວາມ​ຮ້ອນ​ໃຕ້​ດິນ​ບັນ​ລຸ​ເຖິງ 1698,5 ເມ​ກາ​ວັດ ເຊິ່ງກວມຍອດ​ປະ​ລິ​ມານ​ສະ​ສົມ​ຄວາມ​ຮ້ອນ​ໃຕ້​ດິນ​ຂອງ​ປະ​ເທດ​ພຽງ 10%ເທົ່າ​ນັ້ນ. ​ແນວ​ໃດ​ກໍ​ດີ,ຄາດ​ວ່າ: ຮອດ​ປີ 2018, ການ​ຜະ​ລິດ​ໄຟ​ຟ້າ​ຄວາມ​ຮ້ອນ​ໃຕ້​ດິນ​ຈະ​ບັນ​ລຸ​ເຖິງ 2023,5 ເມ​ກາ​ວັດ ເຊິ່ງ​ເຮັດ​ໃຫ້​ປະ​ເທດ​ຕົນຂຶ້ນ​ຄອງ​ຖາ​ນະ​ເປັນ​ປະ​ເທດ​ຜ​ະ​ລິດ​ໄຟ​ຟ້າ​ຄວາມ​ຮ້ອນ​ໃຕ້​ດິນ​ໃຫຍ່​ອັນ​ດັບ​ສອງ​ແທນ​ຟີ​ລິບ​ປິນ ແລະ​ເມື່ອ​ຮອດ​ປີ 2021, ປະ​ລິ​ມານ​ການ​ຜະ​ລິດ​ໄຟ​ຟ້າ​ຈະ​ບັນ​ລຸ​ເຖິງ 3559,5 ເມ​ກາ​ວັດ ຖັດ​ຈາກ​ອາ​ເມ​ລິ​ກາ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ