ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ເປີດ​ການ​ອະ​ພິ​ປາຍ​ທົ່ວ​ໄປ​
2017-09-20 10:17:00  cri 
​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ໄດ້​ໄຂ​ການ​ອະ​ພິ​ປາຍ​ທົ່ວ​ໄປ ​ຢູ່​ສຳ​ນັກ​ງານ​ໃຫຍ່​ທີ່ນິວຢອກ​ໃນ​ວັນ​ທີ 19 ກັນ​ຍາ​ນີ້ ໂດຍ​ປະ​ມຸກ​ລັດ,ຫົວ​ໜ້າ​ລັດ​ຖະ​ບານຫຼື​ຜູ້​ຕາງ​ໜ້າ​ຂັ້ນສູງ​ 100 ກວ່າ​ທ່ານ​ທີ່​ເຂົ້າ​ຮ່ວມ​​ຈະຫາ​ລື​ມາດ​ຕະ​ການ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ແລະ​ສິ່ງ​ທ້າ​ທາຍ​ທີ່​ຜະ​ເຊີນ​ຮ່ວມ​ກັນ.

​ໃນວັນ​ດຽວ​ກັນ, ທ່ານ​ອັນ​ໂຕ​​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ໄດ້​ລາຍ​ງານ​ວຽກ​ງານ​ປະ​ຈຳ​ປີ​ໂດຍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສິ່ງ​ທ້າ​ທາຍ​ແລະ​ໄພ​ຂົ່ມ​ຂູ່​ທີ່​ທົ່ວ​ປະ​ໂລກ​ພວມ​ຜະ​ເຊີນ​ໃນ​ປັດ​ຈຸ​ບັນ​ເປັນ​ຕົ້ນ ​ໄພ​ຂົ່ມ​ຂູ່​ຈາກ​ອາ​ວຸດ​ນິວ​ເຄ​ລຍ,ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ,ລັດ​ທິ​ຫົວ​ຮຸນ​ແຮງ​,ລັດ​ທິ​ກໍ່​ກາ​ນ​ຮ້າຍ​ແລະ​ອື່ນໆ.

ໃນໂອ​ກາດ​ດັ່ງ​ກ່າວ, ທ່ານມີ​ໂຣ​ສ​ລັ​ຟ ໄລ​ຊັກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຊີ້​ແຈງ​ທັດ​ສະ​ນະ​ຕ່າງໆ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ເຊັ່ນ ຈັດ​ເອົາ​ສັນ​ຕິ​ພາບ​ແລະ​ການ​ປ້ອງ​ກັນ​ການ​ປະ​ທະ​ກັນ​ເປັນ​ວຽກ​ງານ​ໃຈ​ກາງ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ຖື​ຄົນ​ເປັນຫຼັກ​ແລະ​ອື່ນໆ. ນອກ​ນີ້, ​ຍັງ​ໄດ້​ກ່າວ​ຢ້ຳ​ວ່າ:ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ຊ່ວຍ​ປະ​ຊາ​ຄົມ​ໂລກ​ບັນ​ລຸ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດປີ2030​ແລະ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້​ໃນ​ສັນ​ຍາ​ປາ​ຣີ​ວ່າ​ດ້ວຍ​ທົ່ວ​ໂລກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ