ສ້າງຕັ້ງຫໍ​ປະຈຳ​ຊາດ​ປະ​ເທດອາ​ຊຽນ​ເປັນຄັ້ງທຳອິດ
2017-09-20 10:29:36  cri 

ກອງ​ປະຊຸມ​ຫາລື​ການ​ລົງທຶນ​ການ​ຄ້າ​ສາກົນ​ເຊ້ຍ​ເໝິນ 2017 ທີ່​ເລີ່​ມຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເໝິນ ສປ ຈີນ ​ແຕ່​ວັນ​ທີ 18 ກັນຍາ​ນີ້​ເປັນຕົ້ນມາ ​ໄດ້​ສືບ​ຕໍ່​ລົງ​ເລິກ​ການ​ປຶກສາ​ຫາລື​ຫົວ​ຂໍ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໂດຍສາມາດ​ດຶງ​ດູດ 10 ປະ​ເທດ​ອາ​ຊຽນ​ເຂົ້າຮ່ວມ. ຂະນະ​ທີ່​ຫໍ​ວາງສະ​ແດງປະຈຳ​ຊາດ​ປະ​ເທດ​ອາ​ຊຽນທີ່​ກວມ​ເນື້ອ​ທີ່​ກວ່າ 1.000 ຕາ​ແມັດກໍ​ໄດ້​ສ້າງຕັ້ງຂຶ້ນ​​ເປັນຄັ້ງທຳ​ອິດ​ໃນ​ກອງ​ປະຊຸມ​ດັ່ງກ່າວ.

ທັງ​ນີ້​ມີຜູ້​ແທນ​ຈາກ​ປະ​ເທດ​ໃນ​ອາ​ຊຽນທີ່​​ເຂົ້າຮ່ວມ​ງານ​ວາງສະ​ແດງ​ແລະ​ກອງ​ປະຊຸມ​ດັ່ງກ່າວ​ 400 ກວ່າ​ທ່ານ. ຂະນະທີ່​ໃນ​ຫໍ​ວາງສະ​ແດງ ກໍ​ໄດ້​ວາງສະ​ແດງ​ບັນດາໂຄງການ​ຂະໜາດ​ໃຫຍ່ ​ເປັນຕົ້ນ ​ເຂດ​ນິຄົມ​ອຸດສາຫະກຳ, ການບິນ, ອະສັງຫາລິມະ​ຊັບ, ທ່ອງ​ທ່ຽວ, ກະສິກຳ ​ແລະ​ອື່ນໆ. ນອກ​ນີ້​ຍັງ​ມີ​ຜະລິດ​ຕະພັນທີ່​ເປັນ​ເອກະລັກ​ພິ​ເສດ ​ແລະ ອາຫານ​ຊະນິດ​ຕ່າງໆ​ຕື່ມ​ອີກ ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຊ່ອງ​ທາງ​ການ​ຮ່ວມ​ມືລະຫວ່າງ​ຈີນ-ອາ​ຊຽນ​​ໄດ້​ຂະຫຍາຍ​ກວ້າງຂວາງ​ຂຶ້ນ.

​ໃນ​ກນອງ​ປະຊຸມ​ດັ່ງກ່າວ, ຟິລິບ​ປິນ ​ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ຈະໂຄສະນາ​ໂຄງການ​ເພື່ອ​ການ​ລົງທຶນ​ ​ໂດຍ​ຫວັງ​ວ່າ​ຈະ​ສາມາດ​ດຶງ​ດູດ​ການ​ລົງທຶນ​ໄດ້ຫຼາຍກວ່າ​ເກົ່າ ຜ່ານ​ການ​ຮ່ວມ​ມື​ກັບ​ເຂດ​ການ​ຄ້າ​ເສລີ​ເຊ້ຍ​ເໝິນ​ໃນ​ຂອບ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ