ລັດຖະບານ​ລາວ​ຈະ​ສູ້​ຊົນ​ບັນລຸ​ການ​ໄດ້​ດຸນ​ການ​ຄ້າ​ໃນ​ປີໜ້າ
2017-09-20 10:32:52  cri 

ລັດຖະບານ​ລາວ​ຄາດ​ຄະ​ເນ​ວ່າ ​​​​ຈາກ​ປັດ​ໄຈ​ຕ່າງໆຈະ​ເຮັດ​ໃຫ້ການ​ສົ່ງ​ອອກ​ຂອງ​ປະ​ເທດ​ຕົນ​ເພີ່ມ​ຂຶ້ນອີກ ​ໂດຍ​ໃນ​ປີໜ້າ​ຈະ​ບັນລຸ​ການ​ໄດ້​ດຸນ​ການ​ຄ້າ 370 ລ້ານ​ໂດ​ລາ​ສະຫະລັດ.
ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ ຢືນຢັນ​ວ່າ: ​ໄຟຟ້າພະລັງງານນ້ຳຕົກແມ່ນ​ໜຶ່ງ​ໃນ​ປັດ​ໄຈ​ຕ່າງໆ​ທີ່ຊຸກ​ດັນ​ໃຫ້ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ. ຂະນະ​ທີ່​ໃນ 6 ​ເດືອນ​ຕົ້ນປີ​ນີ້, ກໍ​ບັນລຸມູນ​ຄ່າການ​ສົ່ງ​ອອກ 2 ຕື້ 378 ລ້ານ​ໂດ​ລາ​ສະຫະລັດ, ຂະນະ​ທີ່​ມູນ​ຄ່າການນຳ​ເຂົ້າກໍ​ບັນລຸ 2 ຕື້ 336 ລ້ານ​ໂດ​ລາ​ສະຫະລັດ.

ທັງ​ນີ້​ຄາດ​ວ່າ, ປີ​ນີ້, ລາວ​ຈະ​ບັນລຸຍອດ​ມູນ​ຄ່າ​ການ​ສົ່ງ​ອອກ 4 ຕື້ 450 ລ້ານ​ໂດ​ລາ​ສະຫະລັດ, ສ່ວນ​ການ​ນຳ​ເຂົ້າຈະ​ບັນລຸ 4 ຕື້ 480 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງຈະ​ເສຍດຸນການ​ຄ້າ 42 ລ້ານ​ໂດ​ລາ​ສະຫະລັດ.

ນັກ​ເສດຖະສາດ ຊີ້​ວ່າ: ລາວ​ຕ້ອງການ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ໃຫ້​ດີ​ຂຶ້ນຕື່ມ​ອີກ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ພັດທະນາ​ຂະ​ແໜງ​ການ​ສົ່ງ​ອອກ ​​ເຊິ່ງເມື່ອ​ສັງ​ເກດ​ຈາກ​ໄລຍະ​ຍາວ​ແລ້ວ ຈະ​ມີ​ຜົນ​ດີ​ຕໍ່​ເສດຖະກິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ