ຈີນ​ຊ່ວຍ​ເຫຼືອລັດ​ຍະ​ໄຂ່ທາງ​ມະນຸດສະທຳ​
2017-09-20 10:35:02  cri 

ວັນ​ທີ 19 ກັນຍາ​ນີ້, ທ່ານ​ຫົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ ​ໄດ້​ຕາງໜ້າ​ລັດຖະບານ​ປະ​ເທດ​ຕົນ​ມອບ​ເງິນ 200 ລ້ານ​ຈາດ ຫຼື ປະມານ 1 ລ້ານ​ຢວນ​ໃຫ້​ແກ່​ກະຊວງ​ສະ​ຫວັດ​ດີກາ​ນສັງຄົມ​, ຈັດ​ສັນ ແລະ​ສົງ​ເຄາະມຽນມາ ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອລັດ​ຍະ​ໄຂ່.

ລັດຖະບານ​ມຽນມາ​ໄດ້​ປະກາດ​ວ່າ: ນັບ​ແຕ່​ລັດ​ຍະ​ໄຂ່​​ເກີດ​ເຫດການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 25 ສິງຫາ​ເປັນຕົ້ນມາ ​ໄດ້​ເຮັດ​ໃຫ້ປະຊາຊົນປະມານ 26.700 ຄົນຈຳ​ຕ້ອງພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ຕໍ່​ເລື່ອງ​ນີ້, ທ່ານ​ຫົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ ກ່າວ​ວ່າ: ຫວັງ​ວ່າ​ບ້ວງ​ເງິນ​ຊ່ວຍ​ເຫຼືອດັ່ງກ່າວ​ຈະ​ສາມາດ​ບັນ​ເທົາ​ທຸກ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ ​ແລະ​ມີ​ຜົນ​ດີ​ຕໍ່​ລັດຖະບານ​ມຽນມາ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຢູ່​ລັດ​​ຍະ​ໄຂ່.

ນອກ​ນີ້, ທ່ານ​ຫົງ​ລ້ຽງ ຍັງ​ກ່າວ​ຕື່ມ​ວ່າ: ທ່ານ​ນາງ​ອອງຊາ​ນຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​ມຽນມາ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​​ຊ່ວຍ​ເຫຼືອ​ລັດ​ຍະ​ໄຂ່, ຂະນະ​ທີ່​ຈີນ​ກໍ​ຈະ​ສືບ​ຕໍ່ຊ່ວຍ​ເຫຼືອຕາມ​ຄວາມ​ສາມາດ​ຂອງ​ຕົນ ​ໂດຍ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ລັດຖະບານ​ມຽນມາ ​ແລະ ປະຊາຊົນ​ລັດ​ຍະ​ໄຂ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ