ທ່ານ​ລິວ​ຢຸນ​ຊ່ານ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ
2017-09-20 16:32:33  cri 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ລິວ​ຢູນຊ່ານ ກຳມະ ການ​ປະຈຳ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນໄດ້​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 19 ກັນ​ຍາ​ນີ້, ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວທ່ານ​ໄດ້​ພົບ​ປະ​ກັບ​ທ່ານຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ທ່ານ​ນາງຫງວຽນທິກິີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍ, ແລະ​ເຈ​ລະ​ຈາ​ກັບ​ທ່ານ​ເຈິນກວັກ​ເລືອງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.


ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ລິວ​ຢູນ​ຊ່ານ​ຍັງ​ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ​ຈື​ມິງ​ໂດຍ​ການ​ນຳ​ຂອງ​ທ່ານ​​ຟາມ​ມິງ​ຈິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ແລະ​ໄດ້​ໂອ້​ລົມ​​ຜູ້​ຕາງ​ໜ້ານັກ​ຮຽນຫວຽດ​ນາມ​ທີ່​ເຄີຍ​ໄປ​ແລກ​ປ່ຽນ​ຢູ່​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ