ພາກ​ກາງ​ແມັກ​ຊິກ​ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 7,1 ລິກ​ເຕີ, ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 120 ຄົນ
2017-09-20 16:36:13  cri 
ຕອນ​ບ່າຍ​ວັນ​ທີ 19 ກັນ​ຍາ​ນີ້, ລັດ​ໂມ​ເຣ​ລົ​ສ​ພາກ​ກາງ​ຂອງ​ແມັກ​ຊິກ​ໄດ້​ເກີດແຜ່ນ​ດິນ​ໄຫວ​ຂັ້ນ 7,1 ລິກ​ເຕີ, ແລະ​ຈາກ​ການ​ສຳ​ຫຼວດ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ແມັກ​ຊິກ, ປັດ​ຈຸ​ບັນ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຢ່າ​ງ​ໜ້ອຍ 120 ຄົນ.

​ອົງ​ການ​ແຜ່ນ​ດິນ​ໄຫວ​ແຫ່​ງ​ຊາດ​ແມັກ​ຊິກ​ເປີດ​ເຜີຍ​ວ່າ, ແຜ່ນ​ດິນ​ໄຫວ​ດັ່​ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ 13 ໂມງ 14 ນາ​ທີ, ​​ໂດຍ​ຈຸດ​ສູງ​ກາງ​ແຜ່ນ​ດິນ​ໄຫວ​ເລິກ​ລົງ​ໃຕ້​ຕິນ 57 ກິ​ໂລ​ແມັດ. ປັດ​ຈຸ​ບັນ, ​ພວມ​ດຳ​ເນີນ​ການ​ກູ້​ໄພ​ແລະ​ຄາດ​ວ່າຈຳ​ນວຍ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ຫຼັງ​ເກີດ​ແຜ່ນ​ດິນ​ໄຫວ​, ສະ​ໜາມ​ບິນ​ສາ​ກົນແມັກ​ຊີ​ໂກ​ຊີ​ຕີ​ໄດ້ປະ​ກາດຢຸດ​ຖ້ຽວ​ບິນ​ເຂົ້າ​ອອກ​ທັງ​ໝົດ​ເປັນ​ຊົ່ວ​ຄາວ, ແລະ​ກວດ​ກາ​​ສິ່ງ​ກໍ່​ສ້າງ​ຕ່າງໆ. ແຕ່​ມາ​ຮອດປັດ​ຈຸ​ບັນ, ສະ​ໜາມ​ບິນ​ດັ່ງ​ກ່າວ​ໄດ້​ເປີດ​ບໍ​ລິ​ການ​ຄືນ​ໃໝ່​ແລ້ວ.

ນີ້​​ແມ່ນ​ເຫດແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ເທື່ອ​ທີ 2 ​ຢູ່​ແມັກ​ຊິກໃນ​​ໄລ​ຍະ 2 ອາ​ທິດ​ມາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ