ຄາ​ດວ່າ​ຕະຫຼາດ​ການບິນ​ຈີນ​ຈະ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​
2017-09-20 12:34:11  cri 
ວັນ​ທີ 19 ກັນຍາ​ນີ້, ທ່ານ​ເຊິ​ນຈູ​ມີງ ຜູ້​ຮັບຜິດຊອບ​ດ້ານ​​ເຮືອບິນ​​ພົນລະ​ເຮືອນຂອງ​ບໍລິສັດ​ການບິນ​​ແອ​ບັສສາ​ຂອງຈີນ​ກ່າວ​ວ່າ: ຄາດ​ວ່າ​ຕະຫຼາດ​ການບິນ​ຈີນ​ຈະ​​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ວ່ອງ​​ໄວ​ໃນ​ອະນາຄົດ ​ໂດຍບໍລິສັດ​​ຕົນ​ຈະ​ຮ່ວມ​ມື​ກັບ​ອຸດສາຫະກຳ​ການ​ບິນຈີນ​ຢ່າງຕໍ່​ເນື່ອງ ​ແລະ​ໝັ້ນ​ຄົງ.

ທ່ານ​ກ່າວ​ໃນ​ງານວາງ​ສະ​ແດງ​ການບິນ​ສາກົນ​​ປັກ​ກິ່ງ​ຄັ້ງທີ 17 ວ່າ: ຕາມການ​ຄາດ​ຄະ​ເນຫຼ້າ​ສຸດ​ຕໍ່​ຕະຫຼາ​ດການ​ບິນທົ່ວ​ໂລກ (2017-2036) ຂອງ​ບໍລິສັດ​ຕົນ, ກຸ່ມ​ເສດຖະກິດ​ຈະ​ເລີ​ນໃໝ່​ແມ່ນ​ເຂດ​ອຸດ​ສາ​ຫະກຳ​ການບິນ​ໄດ້ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ຈີນ, ອິນ​ເດຍ ​ແລະ​​ອື່ນໆ​ໃນ​ອາຊີ ກໍ​ຄື​ບັນດາ​ປະ​ເທດ​ຢູ່​ທະວີບອາ​ເມ​ລິ​ກາ​ລາ​ຕິນ ​ເຊິ່ງມີ​ຈັງຫວະ​ການ​ເຕີບ​ໂຕ​ສອງ​ເທົ່າ​ກັບ​ຕະຫຼາດທີ່​ພັດທະນາ​ແລ້ວ​ໃນ​ທະວີບອາ​ເມ​ລິ​ກາ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ທະວີບ​ເອີ​ລົບ.

ຮອດ​ວັນ​ທີ 31 ສິງຫາ​ນີ້, ​ຢູ່​ພາຍ​ໃນແຜ່ນດິນ​ໃຫຍ່​ຈີນ​ໄດ້​ໃຊ້​ເຮືອບິນ​​ແອ​ບັສເຖິງ 1484 ລຳ ​ເທົ່າ​ກັບ​ເຄິ່ງໜຶ່ງຂອງ​ເຮືອບິນ​ທີ່​ມີ​ບ່ອນ​ນັ່ງ​ຫຼາຍ​ກວ່າ 100 ບ່ອນ​ນັ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ