ລັດຖະບານ​ໄທ​ອະນຸມັດ​ນະ​ໂຍບາຍອຸດ​ໜູນ​ເຂົ້າສົກ​ປີ 2017-2018
2017-09-21 11:34:47  cri 

ທ່ານ​ນັດ​ຕະພອນ ຈະຕຸ​ສີ​ພິທັກ ທີ່​ປຶກສາ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ໄທ ຢືນຢັນ​ໃນ​ວັນ​ທີ 19 ກັນຍາ​ນີ້​ວ່າ: ລັດຖະບານ​ໄດ້​ອະນຸມັດ​ມາດ​ຕະການຮັບປະກັນ​ລາຄາ​ເຂົ້າ​ໃຫ້ໝັ້ນທ່ຽງ​ໃນ​ສົກ​ປີ 2017-2018​ ແລ້ວ ​ໂດຍ​ຈະ​ເບີກ​ຈ່າຍ​ເງິນ​ອຸດໜູນ​ກະສິກອນ 87 ຕື້​ບາດ ລວມທັງ​ໃຫ້​ທະນາຄານ​ກະສິກຳ​ແລະ​ສະຫະກອນ​ກະສິກຳ​ໄທອະນຸມັດ 33 ຕື້ 500 ລ້ານ​ບາດ​ເພື່ອ​ເປັນສິນ​ເຊື່ອ ​ແລະ ​ໃຫ້​ເງິນ​ອຸດ​ໜູນກະສິກອນ​ໂດຍ​ກົງ 53 ຕື້​ບາດ.

ທ່ານ​ນັດ​ຕະພອນ ກ່າວ​ຕື່ມ​ວ່າ: ການ​ປ່ອຍສິນ​ເຊື່ອ​ທະນາຄານ 33 ຕື້ 500 ລ້ານ​ບາດນັ້ນຈະ​ເລັ່ງ​ໃສ່ 3 ດ້ານ ຄື ໜຶ່ງ, ໃຫ້​ຊາວ​ນາ. ສອງ, ໃຫ້​ສະຫະກອນ​ກະສິກຳ, ໜ່ວຍ​ຜະລິດ​ກະສິກຳ ​ແ​ລະ ວິ​ສາ​ຫະກິດ​ເຂດ​ຊຸມ​ຊົນ ​ແລະ​ສາມ, ປ່ອຍ​​ໃຫ້ລັດ​ຖົມ​ຂຸມ​ດອກ​ເບ້ຍ​ໃຫ້​ແກ່​ໂຮງສີ​ເຂົ້າ. ​ແນວ​ໃດ​ກໍ​ດີ, ຄາດ​ວ່າ​ມາດ​ຕະການ​ທີ 2 ​ແລະ​ທີ 3 ຈະ​ເປັນ​ການ​ສົ່ງ​ເສີມ​ໃຫ້​ສະຫະກອນ​ກະສິກຳ ​ແລະ ​ໂຮງສີ​ເຂົ້າຊື້​ເຂົ້າຈາກ​ຊາວ​ນາ​ໄດ້​ປະມານ 10 ລ້ານ 5 ​ແສນ​ໂຕນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ