ລົດຖີບ​ໂມ​ບາຍ​ເຈາະ​ຕະຫຼາດ​ອາ​ເມ​ລິ​ກາ
2017-09-21 16:29:28  cri 

ວັນ​ທີ 20 ກັນຍາ​ນີ້, ລົດຖີບ​ໂມ​ບາຍ ​ເຊິ່ງ​ເປັນ​ວິ​ສາ​ຫະກິດ​ລົດຖີບ​ສາທາລະນະ​ສະມາດ​ຈີນ ​ໄດ້​ເປີດ​ກິດຈະການ​ຢູ່​ນະຄອນຫຼວງວໍ​ຊິງ​ຕັນ ສະຫະລັດ​ອາ​ເມ​ລິ​ກາ​ແລ້ວ ​ແລະ​ນັບ​ວ່າ​ເປັນ​ສັນຍານ​ແຫ່ງການ​ເຂົ້າສູ່​ຕະຫຼາດອາ​ເມ​ລິ​ກາ​ເໜືອ​ຢ່າງ​ເປັນ​ທາງ​ການ ​ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ລົດຖີບ​ໂມ​ບາຍ ​ໄດ້​ເຂົ້າສູ່​ປະ​ເທດ​ທີ 8 ​ໃນ​ໂລກ ທີ່​ສຳຄັນ​ນີ້​ຄື ຜົນງານ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທາງປະຫວັດສາດ​ໃນ​ຂະ​ບວນວິວັດ​ແຫ່ງການ​ຂະ​ຫຍາ​ຍຕົວ​ກ້າວ​ສູ່​ໂລກ.

ອຳນາດ​ການ​ປົກຄອງ​ນະຄອນຫຼວງວໍ​ຊິງ​ຕັນ​ໄດ້​ອອກ​ມາ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ລົດຖີບ​ໂມບາຍ ​​ຫຼັງ​ຈາກ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ​ແລະ​ພ້ອມ​ເປີດບໍລິການ​ລົດຖີບ​ສາທາລະນະ​ສະມາດ​ເປັນຄັ້ງທຳ​ອິດ​ຢູ່​ທ້ອງ​ຖິ່ນ​ດັ່ງກ່າວ. ຂະນະ​ທີ່​ກ່ອນ​ໜ້າ​ນີ້, ລົດຖີບ​ໂມ​ບາຍ ກໍ​ໄດ້​ເຂົ້າສູ່ 6 ປະ​ເທດ​ແລ້ວ ຄື ອັງກິດ, ອີ​ຕາ​ລີ, ຍີ່ປຸ່ນ, ສິງກະ​ໂປ, ​ໄທ ​ແລະ ມາ​ເລ​ເຊຍ ​ໂດຍ​ໄດ້​​ເປີດບໍລິການ​ລົດຖີບ​ສາທາລະນະ​ສະມາດ​ຢູ່ 180 ​ກວ່າ​ຕົວ​ເມືອງຂອງ​ໂລກ​ແລະ​​ໄປ​ພ້ອມ​ກັບ​ຜົນສຳ​ເລັດ​ໃນ​ການ​ເຈາະຕະຫຼາດອາ​ເມ​ລິ​ກາ​, ລົດຖີບ​ໂມ​ບາຍ​ພວມ​ເລັ່ງກ້າວ​ສູ່​ເປົ້າໝາຍ​ການ​ເປີດ​ບໍລິການ​ຢູ່ 200 ຕົວ​ເມື​ອງ​ໃນ​ໂລກ​ເມື່ອ​ຮອດ​ທ້າຍ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ