4 ປະ​ເທດ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 62
2017-09-21 14:43:00  cri 
ການ​ຮ່ວມ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງ​ທີ 62 ລະຫວ່າງ​ຈີນ-​ລາວ-​ມຽນມາ-​ໄທ ​ໄດ້​ຈັດ​ຂຶ້ນຢູ່​ທ່າ​ກຳ​ປັ່ນ​ກວນ​ເຫຼີຍກິ່ງ​ແຂວງ​​ສິບສອງ​ພັ່ນ​ນາ​ແຂວງ​ຢູນນານ​ສປຈີນ​ໃນ​​ວັນ​ທີ 19 ກັນ​ຍາ​ນີ້, ແລະ​ຈະດຳ​ເນີນ​ເປັນເວ​ລາ 4 ວັນ.

​ເຈົ້າ​ໜ້າ​ທີ່​ໜ່ວຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​​ແຂວງ​ຢຸນ​ນານ​ທີ່​ຂຶ້ນ​ກັບ​ໜ່ວຍ​ປ້ອງ​ກັນ​ທາງ​ນ້ຳ​ກ່າວ​ວ່າ, ການ ລາດຕະ​ເວນ​ຮ່ວມ​ເທື່ອ​ນີ້​ຈະ​ເດີນ​ທາງ​ອອກ​ຈາກ​ທ່າ​ກຳ​ປັ່ນ​ກວນ​ເຫຼີຍ​ໄປ​​ເຖິງດ​ເຂດສາມ​ຫຼ່ຽມ​ຄຳ​ຊາຍ​ແດນ​ລະ​ຫວ່າງລາວ ໄທ​ແລະ​ມຽນ​ມາແລ້ວ​ກັບ​ຄືນ, ​ໂດຍ​ມີໄລ​ຍະ​ທາງ​ 500 ກວ່າ​ກິ​ໂລ​ແມັດ, ແລະ​ໄດ້​ຜ່ານ​ເຂດ​ນ້ຳ​ຊາຍ​ແດນ​ລະ​ຫວ່າງຈີນ-ມຽນ​ມາ​ແລະລາວ-ມຽນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ